ຄະນະຜູ້ແທນ ສຄຄຊ ເຂົ້າຮ່ວມກອງປະຊຸມປະທານຄະນະກໍາມະການພັດທະນາຕະຫຼາດທຶນອາຊຽນ ຄັ້ງທີ 45, ທີ່ ນະຄອນຫຼວງມະນີລາ, ປະເທດຟີລິບປິນ
ໃນວັນທີ 23 ຕຸລາ
2026, ທີ່ ນະຄອນຫຼວງມະນີລາ, ປະເທດຟີລິບປິນ – ຄະນະຜູ້ແທນຈາກ
ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ນຳໂດຍ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ ໄດ້ເຂົ້າຮ່ວມກອງປະຊຸມປະທານຄະນະກໍາມະການພັດທະນາຕະຫຼາດທຶນອາຊຽນ
(ASEAN Capital Markets Forum Chairs’ Meeting) ຄັ້ງທີ 45 ໂດຍການເປັນເຈົ້າພາບຂອງ
ຄະນະກໍາມະການຄຸ້ມຄອງຫຼັກຊັບຟີລິບປິນ ພາຍໃຕ້ຫົວຂໍ້ “ກ້າວໄປສູ່ອະນາຄົດຮ່ວມກັນ”
ເພື່ອທົບທວນຄວາມຄືບໜ້າໃນປີທຳອິດ ຂອງການຈັດຕັ້ງປະຕິບັດແຜນປະຕິບັດງານ ACMF ປີ 2026-2030.
ກອງປະຊຸມໄດ້ຮັບຮອງເອົາຄວາມຄືບໜ້າ ແລະ
ຜົນສຳເລັດຂອງຂໍ້ລິເລີ່ມສຳຄັນລະດັບພາກພື້ນຫຼາຍດ້ານ ເປັນຕົ້ນແມ່ນ:
- ການຊຸກຍູ້ຄູ່ມືການອອກໃບຮັບຮອງການຝາກຫຼັກຊັບ,
ແຜນການສຳລັບການຈົດທະບຽນຂ້າມຊາຍແດນ
ແລະ ການນຳໃຊ້ປັນຍາປະດິດ (AI) ຢ່າງມີຄວາມຮັບຜິດຊອບໃນຕະຫຼາດທຶນດິຈິຕອນ.
- ການເຫັນດີນຳໃຊ້ມາດຕະຖານການເປີດເຜີຍຂໍ້ມູນຄວາມຍືນຍົງສາກົນ
(ISSB), ການຕໍ່ອາຍຸອະນຸສັນຍາຮ່ວມກັບອົງກອນ
IFRS, ການພັດທະນາຫຼັກເກນການຈັດປະເພດອາຊຽນ
(ASEAN Taxonomy) ແລະ
ການຊຸກຍູ້ຕະຫຼາດກາກບອນ.
- ການສ້າງຕັ້ງຫ້ອງການ
ACMF ຢ່າງເປັນທາງການທີ່
ສຳນັກງານໃຫຍ່ທະນາຄານພັດທະນາອາຊີ ເພື່ອຮັບປະກັນຄວາມຕໍ່ເນື່ອງ ແລະ
ເປັນສູນກາງອຳນວຍຄວາມສະດວກໃຫ້ແກ່ປະເທດສະມາຊິກ.
ສຳລັບ ສປປ ລາວ, ກອງປະຊຸມໄດ້ຕີລາຄາສູງຕໍ່ຄວາມພະຍາຍາມໃນການຍົກລະດັບວຽກງານການຄຸ້ມຄອງບໍລິຫານທຸລະກິດ
ໂດຍສະເພາະແມ່ນການກະກຽມຄວາມພ້ອມໃນການເຂົ້າຮ່ວມການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານຂອງບໍລິສັດຈົດທະບຽນໃນອາຊຽນ
(ASEAN Corporate Governance Scorecard - ACGS). ພ້ອມດຽວກັນນີ້, ສຄຄຊ
ຍັງໄດ້ມີສ່ວນຮ່ວມປະກອບຄຳເຫັນຢ່າງຕັ້ງໜ້າໃນທຸກຂໍ້ລິເລີ່ມສຳຄັນລະດັບພາກພື້ນ
ໂດຍສະເພາະຢ່າງຍິ່ງໃນວຽກງານການເງິນແບບຍືນຍົງ
ເພື່ອຮັບປະກັນໃຫ້ການພັດທະນາຕະຫຼາດທຶນພາຍໃນປະເທດ
ມີຄວາມສອດຄ່ອງກັບທິດທາງການເຊື່ອມໂຍງຂອງພາກພື້ນ.
