ພິທີເຜີຍແຜ່ ຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ 10 ປີ (2026-2035) ແລະ ວິໄສທັດຮອດປີ 2045

ໃນຕອນເຊົ້າຂອງວັນທີ 07 ຕຸລາ 2026 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ທະນາຄານ ພັດທະນາອາຊີ ຫຼື Asian Development Bank (ADB) ໄດ້ຈັດພິທີເຜີຍແຜ່ “ຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ 10 ປີ (2026-2035) ແລະ ວິໄສທັດຮອດປີ 2045” ຂຶ້ນຢູ່ທີ່ ໂຮງແຮມ ສຸພັດຕາ, ນະຄອນຫຼວງວຽງຈັນ. ງານພິທີຄັ້ງນີ້ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ. ພ້ອມດ້ວຍບັນດາ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ຄະນະກົມ ຕ່າງໜ້າຈາກກະຊວງກ່ຽວຂ້ອງ, ບັນດາກົມກ່ຽວຂ້ອງພາຍໃນ ທະນາຄານແຫ່ງ ສປປ ລາວ, ຕະຫຼາດຫຼັກຊັບລາວ (ຕລຊລ), ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ, ອົງການຈັດຕັ້ງສາກົນ, ລວມໄປເຖິງ ຜູ້ທີ່ມີສ່ວນຮ່ວມໃນຕະຫຼາດທຶນອື່ນໆທີ່ກ່ຽວຂ້ອງ ແລະ ບັນດາພະນັກງານທີ່ກ່ຽວຂ້ອງຈາກ ສຄຄຊ ເຂົ້າຮ່ວມ.

ຈຸດປະສົງໃນການຈັດພິທີ ແມ່ນເພື່ອສະຫຼຸບການຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ 10 ປີຜ່ານມາ (2016-2025), ນໍາສະເໜີ ແຜນຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ 10 ປີ (2026-2035) ແລະ ວິໄສທັດຮອດປີ 2045. ພ້ອມທັງ, ສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 16 ປີ (10/10/2010-10/10-2026). ນອກຈາກນີ້, ໃນງານພິທີດັ່ງກ່າວຍັງໄດ້ມີການເສວະນາໃນຫົວຂໍ້: ການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ 10 ປີ (2026-2035) ແລະ ວິໄສທັດຮອດປີ 2045 ຮ່ວມກັບ ຕະຫຼາດຫຼັກຊັບລາວ, ກະຊວງການເງີນ ແລະ ADB.

ພາຍຫຼັງທີ່ໄດ້ຮັບຟັງການສະຫຼຸບຈາກທ່ານ ຫົວໜ້າ ສຄຄຊ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ ໃນການພັດທະນາວຽກງານຕະຫຼາດທຶນໃນໄລຍະຜ່ານມາ. ພ້ອມນີ້, ທີ່ປະຊຸມໄດ້ຮັບຊາບເຖິງທິດທາງການພັດທະນາຕະຫຼາດທຶນໃນຊຸມປີຕໍ່ໜ້າໂດຍສະເພາະແມ່ນຈະໄດ້ສຸມໃສ່ ການສ້າງຄວາມເຂັ້ມແຂງການລະດົມທຶນຜ່ານຕະຫລາດທຶນ ໂດຍການສຸມໃສ່ລະດົມທຶນຜ່ານຕະຫຼາດທຶນລາວຫຼາຍຂຶ້ນ ແລະ ຊຸກຍູ້ວິສາຫະກິດຂອງລັດ; ສ້າງຄວາມເຂັ້ມແຂງໂຄງລ່າງພື້ນຖານຕະຫຼາດທຶນ ແລະ ພັດທະນາຜະລິດຕະພັນຫຼັກຊັບ ໂດຍການສຸມໃສ່ພັດທະນາໂຄງລ່າງພື້ນຖານຕະຫຼາດທຶນ ກໍ່ຄືການສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດຫຼັກຊັບລາວ ແລະ ສະຖາບັນສື່ກາງດ້ານຫຼັກຊັບ, ພ້ອມທັງສ້າງຜະລິດຕະພັນໃນຕະຫຼາດທຶນ ໃຫ້ເໝາະສົມ, ມີຄວາມຫຼາກຫຼາຍ ແລະ ມີຄຸນນະພາບ. ລວມທັງ, ພັນທະບັດ, ຮຸ້ນກູ້ສີຂຽວ, ສັງຄົມ ແລະ ຍືນຍົງ; ຂະຫຍາຍ, ປົກປ້ອງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ລົງທຶນ ສຸມໃສ່ການຂະຫຍາຍຖານຜູ້ລົງທຶນ ໂດຍສະເພາະແມ່ນຜູ້ລົງທຶນປະເພດສະຖາບັນ, ຄົ້ນຄວ້າສ້າງສູນໃຫ້ຄວາມຮູ້ວຽກງານຕະຫຼາດທຶນໃຫ້ສາມາດເຂົ້າເຖິງໄດ້ຢ່າງກວ້າງຂວາງ ແລະ ທັນສະໄໝຍິ່ງຂຶ້ນ ແລະ ພັດທະນາຄວາມອາດສາມາດຜູ້ຄຸ້ມຄອງວຽກງານຫຼັກຊັບ ສຸມໃສ່ການສ້າງ ແລະ ປັບປຸງນິຕິກໍາ ແລະ ລະບົບກົນໄກໃນການຄຸ້ມຄອງວຽກງານຫຼັກຊັບ ເພື່ອຮັບປະກັນການຄຸ້ມຄອງວຽກງານຫຼັກຊັບຢ່າງມີປະສິດພາບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ. ພ້ອມທັງຄົ້ນຄວ້ານະໂຍບາຍຊຸກຍູ້ສົ່ງເສີມ ສໍາລັບຜູ້ລະດົມທຶນ ແລະ ຜູ້ລົງທຶນ ແລະ ແຜນງານໂຄງການທີ່ສໍາຄັນອື່ນໆ ເພື່ອໃຫ້ສາມາດບັນລຸໄດ້ວິໄສທັດຮອດປີ 2045 ກໍ່ຄື ສ້າງຕະຫຼາດທຶນທີມີປະສິດທິພາບ, ໜ້າເຊື່ອຖື ແລະ ທຸກພາກສ່ວນສາມາດເຂົ້າເຖິງການລົງທຶນ ແລະ ລະດົມທຶນໃນຕະຫຼາດທຶນຂອງ ສປປ ລາວ. ພ້ອມນີ້, ເພື່ອຮັບປະກັນຜົນສໍາເລັດການຈັດຕັ້ງປະຕິບັດ ແຜນຍຸດທະສາດດັ່ງກ່າວ ທ່ານ ປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ທັງພາກລັດ ແລະ ຜູ້ມີສ່ວນຮ່ວມໃນວຽກງານຕະຫຼາດທຶນທີ່ກ່ຽວຂ້ອງໃຫ້ການສະໜັບສະໜຸນ ແລະ ປະກອບສ່ວນເຂົ້າໃນການພັດທະນາວຽກງານຕະຫຼາດທຶນ ແລະ ຜັນຂະຫຍາຍແຜນຍຸດທະສາດດັ່ງກ່າວເຂົ້າໃນວຽກງານຂອງຕົນ.