Saturday, 20 April 2024

ປະຫວັດຄວາມເປັນມາຂອງ ຄຄຊ


ພາຍຫຼັງ​ທີ່​ລັດຖະບານ​ແຫ່ງ ສປປລ ​ໄດ້​ກໍານົດ​ທິດ​ທາງ​ປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ​ ​ດ້ວຍ​ການ​ໝູນ​ໃຊ້ກົນ​ໄກ​ເສດຖະກິດ​ຕະຫຼາດ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ສ້າງ​ສັງຄົມ​ນິຍົມ ໃນ​ປີ 1986,  ​ຂະ​ແໜງ​ການ​ເງິນ​ຂອງ ສປປລ ກໍ​ໄດ້​ຮັບ​ ການ​ພັດທະນາ​ມາ​ເປັນ​ກ້າວໆ ​ໂດຍ​ສະ​ເພາະ​ແມ່ນ​ການ​ພັດທະນາ​ວຽກ​ງານການທະນາຄານ. ລະບົບ​ການ​ທະນາຄານ​ໄດ້​ຮັບ​ການ​ປັບປຸງ ​ໂດຍ​ແຍກພາລະ​ບົດບາດ​ໜ້າ​ທີ່​ຂອງ​ທະນາຄານ​ກາງ (ທະນາຄານ​ແຫ່ງ ສປປ ລາວ) ອອກ​ຈາກ​ບົດບາດ​ໜ້າ​ທີ່​ຂອງ​ທະນາຄານ​ທຸລະ​ກິດ. ຕະຫຼອດ​ໄລຍະ 20 ປີ (1986-2006), ທະນາຄານ​ທຸລະ​ກິດ​​ໄດ້ມີ​ການ​ຂະຫຍາຍຕົວ​ທາງ​ດ້ານ​ປະລິມານ ​ແລະ ຄຸນ​ນະພາ​ບ ສາມາດ​ລະດົມ​ເງິນ​ຝາກ​ຈາກ​ສັງຄົມ​ໄດ້​ຢ່າງ​ທົ່ວ​ເຖີງ ​ແລະ ສະໜອງ​ສີນ​ເຊື່ອ​ໃຫ້​ແກ່​ການ​ຜະລິດ ​ແລະ ບໍລິການ​ໃນ​ທຸກ​ຂົງ​ເຂດ-ຂະ​ແໜງ​ການ ​ແຕ່​ການ​ຂະຫຍາຍຕົວ​ດັ່ງກ່າວ ກໍ​ບໍ່​ທັນ​ສາມາດ​ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ ​ເປັນ​ຕົ້ນ​ແມ່ນ​ການ​ລະດົມ​ທຶນ​ໄລຍະ​ຍາວ​ເປັນ​ຈໍານວນ​ຫຼາຍ ​ເພື່ອ​ພັດທະນາ​ອຸດສາຫະກໍາ​ຂະໜາດ​ໃຫຍ່. ດ້ວຍ​ເຫດຜົນ​ຄື​ດັ່ງກ່າວສົມທົບ​ກັບ​ບົດຮຽນ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຂອງ​ສາກົນ, ພັກ​ປະຊາຊົນ​ປະຕິວັດ​ລາວ ​ຈຶ່ງ​ໄດ້ກໍານົດ​ໃຫ້​ສ້າງ​ຕະຫຼາດ​ພາຍ​ໃນ​ປະ​ເທດ​ໃຫ້​ເປັນ​ລະບົບຄົບ​ຊຸດ​ ເພື່ອ​ເປັນ​ປັດ​ໃຈ​ຍູ້​ການ​ຜະລິດ​ທຸລະ​ກິດ​ໃຫ້​ຂະຫຍາຍ​ຕົວຢ່າງ​ມີ​ຊີວິດ​ຊີວາ ​ໃນ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ຕົນ (ປີ 2006).

ອີງ​ຕາມ​ທິດ​ທາງ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ VIII ຂອງ​ພັກ, ລັດຖະບານ​ໄດ້​ກຳນົດ​ແຜນການ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ໃຫ້​ປາກົດ​ເປັນ​ຈິງ​ເຂົ້າ​ໃນ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ​ 5 ປີ ຄັ້ງ​ທີ VII (2006-2010) ຊຶ່ງ​ໃນ​ເບື້ອງ​ຕົ້ນ ​ໄດ້​ມອບ​ໝາຍ​ໃຫ້​ ທະນາຄານ​ແຫ່ງ ສປປລ ​ເປັນ​ເຈົ້າ​ການ​ສຶກສາ​ຄົ້ນຄວ້າ, ກະກຽມ​ຄວາມ​ພ້ອມ ​ແລະ ​ເງື່ອນ​ໄຂ​ທີ່​ຈໍາເປັນ​ເບື້ອງ​ຕົ້ນ​ໃຫ້​ແກ່​ການ​ເປີດ​ຕະຫຼາດ​ຫຼັກ​ຊັບ. ຈາກ​ນັ້ນ ທະນາຄານ​ແຫ່ງ ສປປລ ກໍ​ໄດ້​​ແຕ່ງຕັ້ງ​ຄະນະຮັບຜິດຊອບ​ຄົ້ນຄວ້າ ​ແລະ ຮ່າງດໍາລັດ ​ວ່າ​ດ້ວຍຫຼັກ​ຊັບ ​ແລະ ຕະຫຼາດ​ຫຼັກ​ຊັບ ຂື້ນ​ໃນ​ເດືອນ ຕຸລາ ປີ 2006. ພ້ອມ​ດຽວ​ກັນ ລັດຖະບານ​ກໍ່​ໄດ້​ສົ່ງ​ການ​ນຳ​ຂັ້ນ​ສູງ​ໄປ​ຖອດ​ຖອນ​ບົດຮຽນ​ໃນ​ການ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ຢູ່​ຕ່າງປະ​ເທດ​ເຊັ່ນ: ສສ ຫວຽດນາມ, ສ.​ເກົາຫຼີ ​ແລະ ປະ​ເທດໄທ. ​

​ຍ້ອນ​ການ​ກະກຽມ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ເປັນ​ວຽກ​ທີ່​ສໍາຄັນ ​ແລະ ຕິດ​ພັນ​ກັບ​ຫຼາຍ​ພາກສ່ວນ ລັດຖະບານ​ຈຶ່ງ​ໄດ້​ຕົກລົງ​ ແຕ່ງ​ຕັ້ງຄະນະ​ຊີ້​ນຳ​ລວມ​ໃນ​ການ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ຂຶ້ນ​ໃນ​ເດືອນ ພະຈິກ ​ປີ 2007 ທີ່​ປະກອບ​ດ້ວຍ​ຄະນະ​ທັງ​ໝົດ 5 ທ່ານ ​ແລະ ມີ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີ ຜູ້​ປະຈຳການ​ລັດຖະບານ​ເປັນ​ປະທານ. ຫຼັງຈາກ​ນັ້ນ ຄະນະ​ຊີ້​ນຳ​ລວມ ກໍ​ໄດ້​ອອກ​ຂໍ້​ຕົກລົງແຕ່ງ​ຕັ້ງ​ຄະນະ​ຮັບຜິດຊອບ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ​ຂື້ນ ​ເພື່ອ​ເປັນ​ເສນາ​ທິການ​ໃຫ້​ແກ່​ ຄະນະ​ຊີ້​ນໍາ​ລວມ ​ໂດຍ​ໃນ​ເບື້ອງ​ຕົ້ນ​ໄດ້​ປະກອບ​ບຸກຄະລາ​ກອນທັງ​ໝົດ 10 ທ່ານ​ ຈາກ​ທະນາຄານ​ແຫ່ງ ສປປລ ເຂົ້າ​ໃນທີ​ມ ງານ​ດັ່ງກ່າວ.

ໃນ​ວັນ​ທີ 25 ພຶດສະພາ 2009 ລັດຖະບານ​ໄດ້​ຕົກລົງ​ແຕ່ງ​ຕັ້ງ ຄະນະ​ກຳມະການ​ຄຸ້ມ​ຄອງ​ຫຼັກ​ຊັບ ແລະ ຕະຫຼາດຫຼັກຊັບ ຂື້ນ​ຕາມ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີສະບັບ​ເລກທີ: 051/ນຍ ​ເພື່ອ​ປ່ຽນ​ແທນ​ຄະນະ​ຊີ້​ນໍາລວມ​ໃນ​ການ​ສ້າງ​ຕັ້ງ​ຕະຫຼາດ​ຫຼັກ​ຊັບ.