ການຮ່ວມມືສອງຝ່າຍ (Regulatory Cooperation).
ຄະນະກໍາມະການຄຸ້ມຄອງຫຼັກຊັບ ແຫ່ງ ສປປ ລາວ ໄດ້ມີການຮ່ວມມືສອງຝ່າຍ ແລະ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບ ຄະນະກໍາມະການຄຸ້ມຄອງຫຼັກຊັບ ຂອງບັນດາປະເທດອ້ອມຂ້າງ ດັ່ງນີ້:
-
ຄະນະກໍາມະການຄຸ້ມຄອງຫຼັກຊັບ ແຫ່ງ ສປປ ລາວ (ຄຄຊ ສປປ ລາວ) ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ (ຄຄຊ ສສ. ຫວຽດນາມ) ໄດ້ລົງນາມຮ່ວມກັນໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມມືຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນວັນທີ 19 ສິງຫາ 2011.
ການຮ່ວມມືສອງຝ່າຍລະຫວ່າງ ຄຄຊ ສປປ ລາວ ແລະ ຄຄຊ ສສ. ຫວຽດນາມ ຖືໄດ້ວ່າເປັນການຮ່ວມມືທີ່ມີລັກສະນະພິເສດ ແລະ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນຂຶ້ນ. ຄຄຊ ຂອງທັງສອງຝ່າຍໄດ້ມີການຮ່ວມມືກັນໃນຫຼາຍໆດ້ານ ເປັນຕົ້ນ ການຈັດກອງປະຊຸມສໍາມະນາໃຫ້ແກ່ບັນດາການນໍາຂອງ ສປປ ລາວ, ການປະກອບຄໍາເຫັນຕໍ່ກັບຮ່າງກົດໝາຍ, ຮ່າງລະບຽບການຕ່າງໆ ແລະ ຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນຂອງ ສປປ ລາວ ລວມທັງການຮັບພະນັກງານ ສຄຄຊ ໄປຖອດຖອນບົດຮຽນຢູ່ ຄຄຊ ສສ. ຫວຽດນາມ, ຕະຫຼາດຫຼັກຊັບ ແລະ ສູນຮັບຝາກຫຼັກຊັບ ຂອງ ສສ. ຫວຽດນາມ.
ທຸກໆທ້າຍປີ ຄຄຊ ສປປ ລາວ ແລະ ຄຄຊ ສສ. ຫວຽດນາມ ຈະໄດ້ມີການຈັດ ກອງປະຊຸມການຮ່ວມມືສອງຝ່າຍປະຈໍາປີ ຂຶ້ນ ໂດຍການຜັດປ່ຽນກັນເປັນເຈົ້າພາບ ໂດຍກອງປະຊຸມດັ່ງກ່າວ ເປັນການປຶກສາຫາລື ລະຫວ່າງທັງສອງຝ່າຍຕໍ່ກັບແຜນການໃຫ້ການຊ່ວຍເຫຼືອ ແລະ ການຮ່ວມມືສໍາລັບສົກປີຕໍ່ໄປ.
-
ຄະນະກໍາມະການຄຸ້ມຄອງຫຼັກຊັບ ແຫ່ງ ສປປ ລາວ (ຄຄຊ ສປປ ລາວ) ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສປ. ຈີນ (ຄຄຊ ສປ. ຈີນ) ໄດ້ລົງນາມຮ່ວມກັນໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມືໃນການຄຸ້ມຄອງຫຼັກຊັບ ແລະ ການຊື້-ຂາຍລ່ວງໜ້າ ໃນວັນທີ 19 ກັນຍາ 2011.
ການຮ່ວມມືກັບ ຄຄຊ ສປ. ຈີນ ກໍ່ໄດ້ຮັບການເສີມຂະຫຍາຍເຊັ່ນດຽວກັນກັບການຮ່ວມມືກັບ ຄຄຊ ປະເທດອື່ນໆ. ໃນໄລຍະຜ່ານມາ ຄຄຊ ສປ. ຈີນ ໄດ້ຮັບເອົາພະນັກງານ ສຄຄຊ ໄປຖອດຖອນບົດຮຽນຢູ່ ສປ. ຈີນ, ຊ່ວຍປະກອບຄໍາເຫັນຕໍ່ຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ, ຊ່ວຍໃຫ້ແນະນໍາເບື້ອງຕົ້ນແກ່ ສຄຄຊ ໃນການຕອບຄໍາຖາມເຈາະຈີ້ມ ຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ, ຮ່ວມກັບ ຄຄຊ ສປປ ລາວ ໃນການຈັດສໍາມະນາໃຫ້ແກ່ຜູ້ທີ່ມີສ່ວນຮ່ວມໃນຕະຫຼາດທຶນ ແລະ ການນໍາຂອງ ສປປ ລາວ ກ່ຽວກັບການພັດທະນາຕະຫຼາດທຶນ ແລະ ເຂົ້າຮ່ວມໃນກອງປະຊຸມ ການຮ່ວມມື ຄຄຊ 5 ປະເທດ ເຂດອ່າງແມ່ນໍ້າຂອງ ຄັ້ງທີ່ 5 ທີ່ ສປປ ລາວ ເປັນເຈົ້າພາບ ໃນເດືອນມິຖຸນາ 2015 ເພື່ອແລກປ່ຽນບົດຮຽນຂອງການຄຸ້ມຄອງຕະຫຼາດທຶນຂອງ ສປ. ຈີນ ກັບບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄດ້ແກ່: ຄຄຊ ກໍາປູເຈຍ, ຄຄຊ ສປປ ລາວ, ກລຕ ໄທ ແລະ ຄຄຊ ສສ. ຫວຽດນາມ.
-
ຄະນະກໍາມະການຄຸ້ມຄອງຫຼັກຊັບ ແຫ່ງ ສປປ ລາວ (ຄຄຊ ສປປ ລາວ) ແລະ ຄະນະກໍາມະການກໍາກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດ ໄທ (ກລຕ ໄທ) ໄດ້ລົງນາມຮ່ວມກັນໃນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການປຶກສາຫາລື ແລະ ການຮ່ວມມື ແລະ ການແລກປ່ຽນຂໍ້ມູນຂ່າວສານ ໃນວັນທີ 29 ມິຖຸນາ 2011.
ນັບແຕ່ນັ້ນເປັນຕົ້ນມາ ການຮ່ວມມືສອງຝ່າຍລະຫວ່າງ ຄຄຊ ສປປ ລາວ ແລະ ກລຕ ໄທ ກໍ່ໄດ້ຮັບການເສີມຂະຫຍາຍ ແລະ ຮັດແໜ້ນຂຶ້ນ ໂດຍໃນແຕ່ລະປີ ທັງສອງຝ່າຍໄດ້ມີການແລກປ່ຽນຄວາມຮູ້, ຖອດຖອນບົດຮຽນ ແລະ ປະສົບການໃນການພັດທະນາຕະຫຼາດທຶນ ເຊິ່ງກັນ ແລະ ກັນ ໂດຍຜ່ານຫຼາຍຮູບການ ເຊັ່ນ: ການຮ່ວມກັນຈັດກອງປະຊຸມສໍາມະນາໃຫ້ແກ່ຜູ້ທີ່ມີສ່ວນຮ່ວມໃນຕະຫຼາດທຶນ, ປະກອບຄໍາເຫັນຕໍ່ຮ່າງລະບຽບຕ່າງໆ, ຈັດຝຶກອົບຮົມໃຫ້ແກ່ບຸຄະລາກອນຂອງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ການຮັບພະນັກງານຂອງ ສຄຄຊ ໄປຝຶກງານຕົວຈິງຢູ່ ສໍານັກງານ ກລຕ ໄທ ແລະ ອື່ນໆ.
ມາເຖິງປັດຈຸບັນ ຄຄຊ ສປປ ລາວ ແລະ ກລຕ ໄທ ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈເພີ່ມອີກ 1 ສະບັບ ກ່ຽວກັບ ການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານທາງດ້ານການສະເໜີອອກຈໍາໜ່າຍຮຸ້ນກູ້ລະຫວ່າງປະເທດຂອງ ສປປ ລາວ ແລະ ປະເທດໄທ ຊຶ່ງໄດ້ສໍາເລັດການລົງນາມກັນໃນເດືອນ ກຸມພາ 2015 ທີ່ຜ່ານມາ.
ນອກຈາກການຮ່ວມມືກັບບັນດາປະເທດ ທີ່ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັນແລ້ວ, ຄຄຊ ສປປ ລາວ ຍັງໄດ້ມີການຮ່ວມມືສອງຝ່າຍກັບອີກຫຼາຍປະເທດ ແລະ ອົງການຈັດຕັ້ງຂອງສາກົນ ເຊັ່ນ: ກະຊວງຍຸຕິ ທໍາ ສ. ເກົາຫຼີ, ຄຄຊ ມາເລເຊຍ ແລະ ບໍລິສັດຈັດລໍາດັບຄວາມໜ້າເຊື່ອຖືຂອງ ມາເລເຊຍ (RAM Malaysia), ທະນາຄານໂລກ (World Bank), ອົງການ ການເງິນສາກົນ (IFC) ຊຶ່ງເປັນອົງການໜຶ່ງທີ່ຢູ່ໃນກຸ່ມ World Bank Group, ທະນາຄານພັດທະນາອາຊີ (ADB), ກອງທຶນສາກົນ (IMF), ອົງການຄຸ້ມຄອງທາງການເງິນຂອງ ຍີ່ປຸ່ນ (FSA) ແລະ ສະມາຄົມນັກຄ້າຫຼັກຊັບຂອງ ຍີ່ປຸ່ນ (JSDA) ແລະ ອົງການເພື່ອການພັດທະນາ ແລະ ການຮ່ວມມືທາງດ້ານເສດຖະກິດ (OECD).