Tuesday, 04 November 2025   
    
     
         
       
        
    
    ຂ່າວສານ
ຫົວຂໍ້ຂ່າວ: ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ) ຄັ້ງທີ VI
 ວັນທີອອກຂ່າວ: 2012-01-25 21:22:53
 
ເນື້ີອໃນຂ່າວ: 
ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ) ຄັ້ງທີ VI ໄດ້ຈັດຂື້ນໃນເວລາ 8:30 ໂມງ ຂອງວັນທີ 09 ພະຈິກ 2010, ທີ່ຫ້ອງປະຊຸມໃຫ່ຍຊັ້ນ 4 ທະນາຄານ ແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາ ຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານ ຄລຕ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ: ບັນດາທ່ານຮອງປະທານ, ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ຄະນະປະສານງານ ຄລຕ, ສຳນັກງານ ຄລຕ, ຕະຫຼາດຫຼັກຊັບລາວ, ທະນາຄານການຄ້າຕ່າງປະເທດລາວ, ລັດວິສາຫະກິດໄຟຟ້າລາວ, ຈຳນວນທັງໜົດ 41 ທ່ານ.
ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງການລາຍງານ ແລະ ປຶກສາຫາລື ວຽກງານຕົ້ນຕໍ ຄື:
- ລາຍງານການກະກຽມການອອກຮຸ້ນ ແລະ ຈົດຖະບຽນຂອງທະນາຄານການຄ້າຕ່າງປະເທດລາວ;
 - ລາຍງານການກະກຽມການອອກຮຸ້ນ ແລະ ຈົດຖະບຽນ ຂອງລັດວິສາຫະກິດໄຟຟ້າລາວ;
 - ຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງ ແລະ ຂໍ້ຕົກລົງວ່າດ້ວຍລະບຽບການບັນຊີ ແລະ ການກວດສອບກ່ຽວກັບວຽກງານຫຼັກຊັບ.
 
ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.