Saturday, 19 July 2025

ຂ່າວສານ


ຫົວຂໍ້ຂ່າວ: ການເຂົ້າຮ່ວມກອງປະຊຸມພົບປະ ຄຄຊ ສປ. ຈີນ ຢູ່ ສປ. ຈີນ
ວັນທີອອກຂ່າວ: 2025-07-17 15:35:48

ເນື້ີອໃນຂ່າວ:

ໃນວັນທີ 10 ກໍລະກົດ 2025, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມກອງປະຊຸມພົບປະ ກັບ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສປ. ຈີນ (ຄຄຊ ສປ. ຈີນ) ຢູ່ ແຂວງປັກກິ່ງ, ສປ. ຈີນ ຊຶ່ງກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ Dr. Wu Qing, ປະທານ ຄຄຊ ສປ. ຈີນ ແລະ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ ພ້ອມດ້ວຍຄະນະຈາກ ສຄຄຊ ແລະ ຄຄຊ ສປ. ຈີນ ເຂົ້າຮ່ວມ. ຈຸດປະສົງ ແມ່ນເພື່ອແລກປ່ຽນຂໍ້ມູນດ້ານການເຄື່ອນໄຫວ ແລະ ການຄຸ້ມຄອງວຽກງານຫຼັກຊັບຂອງທັງ 2 ປະເທດ ພ້ອມທັງປຶກສາຫາລືແຜນການຮ່ວມມືກັນ ໃນຕໍ່ໜ້າ ເພື່ອຊຸກຍູ້ສົ່ງເສີມການພັດທະນາຕະຫຼາດທຶນລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເທື່ອລະກ້າວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.