ຂ່າວສານ

ໃນວັນທີ 19-21 ກຸມພາ 2025, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະຂອງຄະນະກໍາມະການພາກພື້ນອາຊີ-ປາຊີຟິກ ແລະ ກອງປະຊຸມທີ່ກ່ຽວຂ້ອງຂອງ ອົງການຄຸ້ມຄອງວຽກງານຫຼັກຊັບສາກົນ (IOSCO Asia-Pacific Regional Committee Plenary Meeting and related events) ຢູ່ ແຂວງກວາງນໍາ, ສສ. ຫວຽດນາມ ໂດຍມີຕາງໜ້າຜູ້ຄຸ້ມຄອງຕະຫຼາດທຶນ ໃນເຂດອາຊີ-ປາຊີຟິກ (APRC) ເຂົ້າຮ່ວມ. ຈຸດປະສົງ ແມ່ນເພື່ອທົບທວນການຈັດຕັ້ງປະຕິບັດວຽກ, ປຶກສາຫາລື ແລະ ແລກປ່ຽນບັນຫາຕ່າງໆທີ່ຕິດພັນກັບວຽກງານຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ (IOSCO) ໃນຂອບເຂດປະເທດພາກພື້ນອາຊີ-ປາຊີຟິກ. ກອງປະຊຸມດັ່ງກ່າວ ໄດ້ມີການປຶກສາຫາລືໃນຂອບ ຜູ້ຄຸ້ມຄອງ ແລະ ຜູ້ບັງຄັບໃຊ້ກົດໝາຍ ແລະ ວຽກງານປະຈໍາປີຂອງ APRC ໂດຍເນັ້ນໃສ່ການນໍາໃຊ້ເຕັກໂນໂລຢີ ເຂົ້າໃນການຄຸ້ມຄອງວຽກງານຫຼັກຊັບ, ການຈັດຕັ້ງປະຕິບັດວຽກງານການເງິນຍືນຍົງ, ການເປີດເຜີຍຂໍ້ມູນຍືນຍົງ, Fintech ແລະ ການພັດທະນາຜູ້ຄຸ້ມຄອງ ແລະ ຕະຫຼາດທຶນ. ນອກຈາກນີ້, ກອງປະຊຸມ ກໍ່ໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ (S-MMOU) ລະຫວ່າງ IOSCO ແລະ ຄຄຊ ສສ. ຫວຽດນາມ ພ້ອມດຽວກັນນັ້ນ, ກໍ່ມີວາລະປຶກສາຫາລື ແລະ ແລກປ່ຽນບົດຮຽນ-ປະສົບການ ກ່ຽວກັບການເສີມຂະຫຍາຍຄວາມເຂັ້ມແຂງຂອງຕະຫຼາດ ລະຫວ່າງ ຜູ້ຄຸ້ມຄອງພາກພື້ນອາຊີ-ປາຊີຟິກ ແລະ ຜູ້ຄຸ້ມຄອງຢູໂລບ.
ພາບ ແລະ ຂ່າວໂດຍ: ສໍານັກງານ ຄຄຊ.