Sunday, 23 March 2025

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄຄຊ ຄັ້ງທີ I ປະຈຳປີ 2025
ວັນທີອອກຂ່າວ: 2025-03-05 10:04:52

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 04 ມີນາ 2025 ທີ່ຫ້ອງປະຊຸມ ຫ້ອງວ່າການສໍານັກງານນາຍົກລັດຖະ ມົນຕີ ໄດ້ຈັດກອງປະຊຸມຄົບ ຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈຳປີ 2025 ຂຶ້ນ, ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ພ້ອມດ້ວຍບັນດາ ຄະນະ ຄຄຊ, ຄະນະກົມ ຕາງໜ້າຈາກກະຊວງກ່ຽວຂ້ອງ, ຄະນະ ສຄຄຊ, ປະທານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ພ້ອມທັງບັນດາພະນັກງານທີ່ກ່ຽວຂ້ອງຈາກ ສຄຄຊ ເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມຄົບຄະນະ ຄຄຊ ໃນຄັ້ງນີ້ ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມຄັ້ງຜ່ານມາ ພ້ອມທັງ ລາຍງານຜົນການເຄື່ອນໄຫວປະຈຳປີ 2024 ແລະ ທິດທາງແຜນການ ປີ 2025 ຂອງ ສຄຄຊ ແລະ ບັນຫາອື່ນໆ ໂດຍ ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງ ທ່ານ ສຽວສະຫວາດ ທິລະກຸນ ຜູ້ອຳນວຍການໃຫຍ່ ຕລຊລ ກ່ຽວກັບ ສະພາບການພົ້ນເດັ່ນໃນການເຄື່ອນໄຫວວຽກງານຂອງ ຕລຊລ ປະຈຳປີ 2024 ແລະ ທິດທາງແຜນການ ປີ 2025.

ຫຼັງຈາກທີ່ໄດ້ຮັບຟັງການລາຍງານຂອງ ທ່ານ ຫົວໜ້າ ສຄຄຊ ແລະ ທ່ານ ຜູ້ອໍານວຍການໃຫຍ່ ຕລຊລ ແລະ ການປະກອບຄໍາເຫັນຂອງ ຄະນະ ຄຄຊ ຢ່າງກົງໄປກົງມາ, ທ່ານ ປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ການພະຍາຍາມຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ II ປີ 2024 ແລະ ການເຄື່ອນ ໄຫວວຽກງານຫຼັກຊັບ ໃນປີ 2024 ຊຶ່ງເຫັນໄດ້ຜົນສໍາເລັດຕາມແຜນກໍານົດໄວ້ ແລະ ເພື່ອເປັນບ່ອນອີງໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບ ຢູ່ ສປປ ລາວ, ທີ່ປະຊຸມໄດ້ເຫັນດີເປັນເອກະພາບ ຕໍ່ແຜນການເຄື່ອນໄຫວ ປີ 2025 ຕາມການລາຍງານຂອງ ສຄຄຊ ແລະ ຕລຊລ. ພ້ອມນີ້, ທີ່ປະຊຸມກໍ່ມອບໃຫ້ ສຄຄຊ ແລະ ຕລຊລ ສຸມໃສ່ວຽກງານ ເປັນຕົ້ນແມ່ນ: ເລັ່ງປັບປຸງຕະຫຼາດທຶນລາວ ກໍ່ຄື ຕລຊລ ໃຫ້ມີຄວາມເຂັ້ມແຂງ, ມີປະສິດທິພາບ ແລະ ປະສິດທິຜົນ ໃຫ້ສາມາດດຶງດູດການລະດົມທຶນ ແລະ ການລົງທຶນ ຢ່າງຍືນຍົງ; ຄົ້ນຄວ້າສ້າງເງື່ອນໄຂ ເພື່ອຊຸກຍູ້ລັດວິສາຫະກິດ ປະຕິຮູບຜ່ານກົນໄກຕະຫຼາດທຶນ, ຄົ້ນຄວ້າການຈັດຕັ້ງປະຕິບັດມາດຕະຖານ IFRS ຂອງບໍລິສັດຈົດທະບຽນ; ເພີ່ມທະວີວຽກງານຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ລົງເລິກແຕ່ລະກຸ່ມເປົ້າໝາຍ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອໃຫ້ສາມາດປະກອບສ່ວນເຂົ້າໃນການພັດທະນາວຽກງານຕະຫຼາດທຶນ ແລະ ບັນຫາອື່ນໆ. ກອງປະຊຸມໄດ້ຈົບລົງໃນວັນດຽວກັນ ຢ່າງຈົບງາມ ແລະ ສໍາເລັດຕາມຄາດໝາຍທີ່ກໍານົດໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.