ຂ່າວສານ

ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum Chairs Meeting: ACMF Chairs) ຄັ້ງທີ 42 ໃນວັນທີ 13 ກຸມພາ 2025, ທີ່ເມືອງປີນັງ, ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບມາເລເຊຍ. ໂດຍມີຕາງໜ້າຜູ້ຄຸ້ມຄອງຫຼັກຊັບຈາກ 10 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ທະນາຄານພັດທະນາອາຊີ ແລະ ສະຖາບັນການເງິນຍືນຍົງອາຊີ ເຂົ້າຮ່ວມ. ຈຸດປະສົງ ເພື່ອປຶກສາຫາລື ແລະ ຕົກລົງບັນຫາກ່ຽວກັບການພັດທະນາ ແລະ ການເຊື່ອມໂຍງຕະຫຼາດທຶນໃນຂົງເຂດອາຊຽນ. ໃນນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານ, ປຶກສາຫາລື ແລະ ຕົກລົງເປັນເອກະພາບ ຕໍ່ບັນຫາຕ່າງໆທີ່ຕິດພັນກັບວຽກງານຂອງແຕ່ລະໜ່ວຍງານຄົ້ນຄວ້າໃນຂອບ ACMF ເປັນຕົ້ນແມ່ນ: ການຮັບຮອງ ເອົາແຜນວຽກບູລິມະສິດ ACMF Action Plan (2026-2030) ທີ່ຄາດວ່າຈະສໍາເລັດໃນເດືອນ ຕຸລາ 2025, ການປັບປຸງແຜນເວລາປະກາດຜົນການປະເມີນການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານຂອງອາຊຽນ ແລະ ແຜນການເຄື່ອນໄຫວວຽກງານໃນປີ 2025 ຂອງໜ່ວຍງານວິຊາການຕ່າງໆຂອງ ACMF. ນອກຈາກນີ້, ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າ ກ່ຽວກັບ ການອອກຈໍາໜ່າຍໜ່ວຍລົງທຶນຂ້າມແດນ, ໂຄງການເສີມສ້າງຄວາມອາດສາມາດ ໃຫ້ຜູ້ຄຸ້ມຄອງວຽກງານຫຼັກຊັບໃນອາຊຽນ, ການຮ່ວມມືກັບ IFRS Foundation’s International Sustainability Standards Board (ISSB) ແລະ Institute of Chartered Accountants of England and Wales (ICAEW) ຕໍ່ວຽກການເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງກັບຄວາມຍືນຍົງ ແລະ ການປ່ອຍທາດອາຍພິດຕ່າງໆ, ໂຄງການຮ່ວມມືອາຊຽນ-ຍີ່ປຸ່ນ (Asia GX Consortium), ການສ້າງ ASEAN Taxonomy ລວມທັງ ການສຶກສາຄົ້ນຄວ້າຕະຫຼາດກາກບອນແບບສະໝັກໃຈ ແລະ ການສ້າງໝວດກິດຈະກໍາສີຂຽວ ທີ່ກ່ຽວຂ້ອງກັບການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ, ການແລກປ່ຽນບົດຮຽນກ່ຽວກັບການບໍລິຫານ ແລະ ຄຸ້ມຄອງຊັບສິນດິຈິຕ້ອນ. ຄຽງຄູ່ກັນນັ້ນ, ກອງປະຊຸມ ໄດ້ສະແດງຄວາມຂອບໃຈ ມາຍັງທະນາຄານພັດທະນາອາຊີ (ADB) ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນວຽກງານຂອງ ACMF ຜ່ານການຊ່ວຍເຫຼືອທາງດ້ານວິຊາການ ແລະ ການໃຫ້ຄໍາແນະນໍາທີ່ເປັນປະໂຫຍດຕ່າງໆ ເພື່ອພັດທະນາວຽກງານຂອງ ACMF ດ້ວຍດີຕະຫຼອດມາ. ນອກນັ້ນ, ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງສະຖາບັນການເງິນຍືນຍົງອາຊີ ແລະ ສະຖາບັນຄົ້ນຄວ້າເສດຖະກິດສໍາລັບອາຊຽນ ແລະ ອາຊີຕາເວັນອອກ (ERIA) ທີ່ໄດ້ໃຫ້ການຮ່ວມມື, ຄໍາແນະນໍາ, ທຶນຮອນ ແລະ ເຄືອຂ່າຍ ເພື່ອຊຸກຍູ້ໃຫ້ວຽກ ACMF ແລະ ໂຄງການລິເລີ່ມຕ່າງໆ ມີຄວາມຄືບໜ້າ ແລະ ສາມາດກ້າວໄປສູ່ຕະຫຼາດທຶນອາຊຽນແບບຍືນຍົງ.
ສໍາລັບເນື້ອໃນບົດຂ່າວສະບັບພາສາອັງກິດ, ສາມາດເຂົ້າອ່ານໄດ້ທີ່:
ASEAN Capital Markets Forum Continues to Facilitate Regional Growth through Sustainable, Resilient and Inter-connected Capital Markets
ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.