ຂ່າວສານ

ໃນວັນທີ 23 ມັງກອນ 2025, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum Deputies Meeting: ACMF Deputies) ຄັ້ງທີ 1 ໃນປີ 2025 ຢູ່ທີ່ ມາລະກາ, ປະເທດ ມາເລເຊຍ ໂດຍການເປັນປະທານຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບ ມາເລເຊຍ ແລະ ເປັນຮອງປະທານກອງປະຊຸມຂອງຄະນະກໍາມະການຄຸ້ມຄອງຫຼັກຊັບ ຟີລິບປິນ. ພ້ອມນີ້, ກໍ່ມີຕາງໜ້າຈາກ ຜູ້ຄຸ້ມຄອງຫຼັກຊັບຈາກ 10 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ທະນາຄານພັດທະນາອາຊີ ແລະ ສະຖາບັນການເງິນຍືນຍົງອາຊີ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື ແລະ ຕົກລົງບັນຫາ ກ່ຽວກັບການພັດທະນາ ແລະ ການເຊື່ອມໂຍງຕະຫຼາດທຶນໃນຂົງເຂດອາຊຽນ ຊຶ່ງກອງປະຊຸມ ໄດ້ຮັບຊາບ ແລະ ມີມະຕິຕົກລົງເປັນເອກະພາບຕໍ່ກັບບັນຫາຕ່າງໆ ເປັນຕົ້ນແມ່ນ: ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານການເປີດເຜີຍຂໍ້ມູນຍືນຍົງ, ການອອກຈໍາໜ່າຍໜ່ວຍລົງທຶນຂ້າມແດນ, ລະບົບນິເວດຂອງຕະຫຼາດກາກບອນອາຊຽນ, ການພັດທະນາໝວດກິດຈະກໍາສີຂຽວຂອງອາຊຽນ, ຮັບຊາບຕໍ່ຄວາມຄືບໜ້າຂອງໂຄງການຮ່ວມມືອາຊຽນ-ຍີ່ປຸ່ນ (Asia GX Consortium), ຄວາມຄືບໜ້າການປະເມີນການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານຂອງອາຊຽນ ຊຶ່ງມີແຜນຈະຈັດງານປະກາດລາງວັນ ໃນເດືອນ ມິຖຸນາ 2025, ຮັບຟັງການລາຍງານວຽກງານການຄຸ້ມຄອງຊັບສິນດິຈິຕອນຂອງ ປະເທດ ໄທ ແລະ ມາເລເຊຍ ແລະ ຄວາມຄືບໜ້າວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ຄຸ້ມຄອງວຽກງານຫຼັກຊັບອາຊຽນ ພ້ອມທັງ ຮັບຮອງແຜນການເຄື່ອນໄຫວວຽກງານດັ່ງກ່າວໃນປີ 2025. ນອກນີ້, ກອງປະຊຸມກໍ່ໄດ້ຮັບຟັງການລາຍງານກ່ຽວກັບຜົນຂອງກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມ, ການພັດທະນາແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ 2026-2030 (AEC Strategic Plan), ການຮ່ວມມືລະຫວ່າງ ອາຊຽນ ແລະ ຄູ່ຮ່ວມມື, ລາຍງານຄວາມຄືບໜ້າຂອງບັນດາໂຄງການຊ່ວຍເຫຼືອທາງດ້ານວິຊາການຂອງທະນາຄານພັດທະນາອາຊີ ໃຫ້ແກ່ ACMF ແລະ ຮັບຮອງແຜນວຽກບູລິມະສິດຂອງແຜນປະຕິບັດງານ ACMF 2026-2030 (ACMF Action Plan). ຜົນຂອງກອງປະຊຸມຄັ້ງນີ້ ແມ່ນຈະໄດ້ນໍາໄປລາຍງານ ແລະ ຂໍການຮັບຮອງໃນກອງປະຊຸມ ACMF Chairs ໃນເດືອນ ກຸມພາ 2025.
ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.