Wednesday, 16 October 2024

ຂ່າວສານ


ຫົວຂໍ້ຂ່າວ: ສານັກງານຄະນະກາມະການຄມຄອງຫຼັກຊັບ ໄດເຂົ້າຮວມ ກອງປະຊຸມ Asia Green Transformation (GX) Consortium ແລະ Asia High-Level Financial Regulators’ Forum
ວັນທີອອກຂ່າວ: 2024-10-11 21:39:18

ເນື້ີອໃນຂ່າວ:

ທ່ານ ນາງ ອາລນາ ສີວົງທອງ, ຮອງຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດເຂົ້າຮວມກອງປະຊ ຸມ Asia Green Transformation (GX) Consortium ແລະ Asia High-Level Financial Regulators’ Forum ໃນວັນທີ 2 ຕຸລາ 2024 ທີ່ ໂຕກຽວ, ປະເທດ ຍີ່ປຸ່ນ. ກອງປະຊຸມດັ່ງກ່າວ ຈັດໂດຍຄະນະກຳມະການຄູ້ມຄອງຫຼັກຊັບຂອງຍີ່ປູ່ນ ຫຼື Japan Financial Service Agency (JFSA) ເພື່ອເປັນການເປີດຕົວຢ່າງເປັນທາງການຂອງ Asia GX Consortium ພ້ອມທັງ ແລກປຽນນະໂຍບາຍ ແລະ ການຊຸກຍູ້ການເງິນໃນໄລຍະຂ້າມຜ່ານ ໄປສູ່ສັງຄົມທີ່ມີການປ່ອຍກາກບອນຕໍ່າ (Transition Finance) ໃນພາກພື້ນອາຊຽນ. ທ່ານ ຮອງຫົວໜ້າ ສຄຄຊ ໄດ້ກ່າວໃນທີ່ປະຊຸມວ່າ: “ແຕ່ລະປະເທດສະມາຊິກອາຊຽນ ມີຈູດເລີ່ມຕົ້ນທີ່ແຕກຕາງກັນທາງດ້ານໂຄງສ້າງ ເສດຖະກິດ ແລະ ສັງຄົມ ລວມທັງ ຊັບພະຍາກອນຕ່າງໆ. ສະນັ້ນ, ອາຊຽນຈຶ່ງຮວມກັນໃນການພັດທະນາວິທີການໃນການຫັນປ່ຽນທາງດ້ານການເງິນ (Transition Finance) ໃຫ້ເໝາະສົມກັບສະພາບເສດຖະກິດ ແລະ ສັງຄົມຂອງ ອາຊຽນ ເພື່ອພັດທະນາເສດຖະກິດ ໄປສູ່ເປົ້າໝາຍການປ່ອຍອາຍກາກບອນເປັນສູນ (Net Zero) ພ້ອມນີ້ ກໍ່ໄດ້ອີງໃສ່ຫຼັກການຂອງສາກົນ ແລະ ພາກພື້ນ ເພື່ອຮັບປະກັນໃຫ້ສອດຄ່ອງກັບເປົ້າໝາຍຂອງໂລກ ເປັນຕົ້ນແມ່ນ ASEAN Taxonomy, ASEAN Transition Finance Guidance ແລະ Transition Finance ຂອງຍີ່ປູ່ນ ເພື່ອ ຊຸກຍູ້ສົ່ງເສີມການຂະຫຍາຍຕົວຂອງແຫຼ່ງທຶນໃນພາກພື້ນອາຊຽນ ແລະ ຍີ່ປຸ່ນ”. ນອກນີ້, ກໍໄດ້ແລກປ່ຽນຄໍາຄິດຄໍາເຫັນ ໃນບັນຫາທີ່ກ່ຽວຂ້ອງກັບການພັດທະ ນາໃນ ສປປ ລາວ ໃນກອງປະຊຸມ Asia High-Level Financial Regulators’ Forum ໃນວັນດຽວກັນດ້ວຍ. ລາຍລະອຽດເພີ່ມເຕີມຕາມລິ້ງ: https://www.fsa.go.jp/en/news/2024/20241002-01/20241002.html

ໝາຍເຫດ: Asia GX Consortium ມີຈດປະສົງເພື່ອພັດທະນາວິທີການໃນການຫັນປ່ຽນທາງດ້ານການເງິນ ໂດຍຄໍານຶງເຖິງ ສະພາບຂອງອາຊີ ລວມທັງ ກໍລະນີສຶກສາ ແລະ ວິທີການອື່ນໆ ໂດຍສະເພາະ ໃນຕະຫຼາດເກີດໃໝ່ ແລະ ກໍາລັງ ພັດທະນາໃນພາກພື້ນອາຊຽນ ພ້ອມທັງ ຄົ້ນຄວ້າແນວທາງ ເພື່ອຊຸກຍູ້ການເຄື່ອນໄຫວຂອງການຫັນປ່ຽນທາງດ້ານການເງິນຂອງຍີ່ປຸ່ນ ແລະ ອາຊີ ກໍ່ຄື ພາກພື້ນອາຊຽນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.