Sunday, 08 September 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: “ການປະເມີນຄຸນນະພາບຂອງບົດລາຍງານຜົນການກວດສອບພາຍນອກ”
ວັນທີອອກຂ່າວ: 2024-09-06 18:14:06

ເນື້ີອໃນຂ່າວ:

ໃນລະຫວ່າງວັນທີ 03-04 ກັນຍາ 2024, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: “ການປະເມີນຄຸນນະພາບຂອງບົດລາຍງານຜົນການກວດສອບພາຍນອກ” ຂຶ້ນຢູ່ທີ່ ສຄຄຊ ໂດຍການເປັນທ່ານຮ່ວມລະຫວ່າງ ສຄຄຊ ແລະ ADB ຊຶ່ງມີຜູ້ເຂົ້າຮ່ວມຈາກ ສຄຄຊ, ກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ບໍລິສັດຫຼັກຊັບ ແລະ ບັນດາສະຖາບັນສື່ກາງທີ່ມີສ່ວນຮ່ວມໃນຕະຫຼາດທຶນລາວ ຈຳນວນ 46 ທ່ານ.

ການສຳມະນາໄດ້ດຳເນີນໄປຢ່າງມີບັນຍາກາດຟົດຟື້ນ ໂດຍຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ໃນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ປະກອບຄຳເຫັນຢ່າງກົງໄປກົງມາ ເຊິ່ງຈຸດປະສົງການສຳມະນາໃນຄັ້ງນີ້ເພື່ອແນໃສ່ຄົ້ນຄວ້າການປະເມີນຄຸນນະພາບການກວດກາພາຍນອກ, ປຶກສາຫາລືກ່ຽວກັບເຕັກນິກການກວດສອບ ແລະ ມາດຕະຖານ, ຂະບວນການປະເມີນຜົນສຳລັບບົດລາຍງານການກວດສອບພາຍນອກ.

ນອກຈາກນີ້, ຍັງໄດ້ປຶກສາກ່ຽວກັບວິທີການກວດສອບການປອມແປງໃນຂະບວນການເບີກຈ່າຍເງິນຂອງບໍລິສັດ ເຊິ່ງຈະຊ່ວຍໃຫ້ພະນັກງານທະນາຄານແຫ່ງ ສປປ ລາວ ແລະ ພະນັກງານສະຖາບັນອື່ນໆ ພັດທະນາຄວາມສາມາດໃນການປະເມີນປະເມີນບົດລາຍງານການກວດສອບ ແລະ ລະບຽບການທີ່ກ່ຽວຂ້ອງ, ຄວາມສາມາດໃນການກວດຫາການປອມແປງໃນຂະບວນການເບິກຈ່າຍຂອງບໍລິສັດ.

Untitled Document


ພາບ ແລະ ຂ່າວໂດຍ: ສໍານັກງານ ສຄຄຊ.