Sunday, 08 September 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ສໍາເລັດການເປັນເຈົ້າພາບຈັດກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum (ACMF) Deputies ຄັ້ງທີ 2 ປະຈໍາປີ 2024 ທີ່ນະຄອນຫຼວງພະບາງ
ວັນທີອອກຂ່າວ: 2024-09-06 18:03:51

ເນື້ີອໃນຂ່າວ:

ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ສໍາເລັດການຈັດກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum Deputies’ Meeting: ACMF Deputies Meeting) ຄັ້ງທີ 2 ໃນວັນທີ 5 ກັນຍາ 2024 ທີ່ ນະຄອນຫຼວງພະບາງ ຊຶ່ງ ສປປ ລາວ ກໍຄື ສຄຄຊ ໄດ້ຮັບກຽດເປັນເຈົ້າພາບພາຍໃຕ້ການເປັນປະທານອາຊຽນ 2024 ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ເປັນປະທານໂດຍ ທ່ານ ນາງ ອາລຸນນາ ສີວົງທອງ, ຮອງຫົວໜ້າ ສຄຄຊ ແລະ ເປັນຮອງປະທານກອງປະຊຸມໂດຍ ທ່ານ ນາງ Azalina Adham ຫົວໜ້າກົມ ຂອງຄະນະກໍາມະການຄຸ້ມຄອງຫຼັກຊັບມາເລເຊຍ. ພ້ອມນັ້ນ ກໍ່ມີຜູ້ຕາງໜ້າຜູ້ຄຸ້ມຄອງຫຼັກຊັບຈາກ 9 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ,​ ທະນາຄານພັດທະນາອາຊີ, ສະຖາບັນການເງິນຍືນຍົງອາຊີ ແລະ ສະພາທີ່ປຶກສາທຸລະກິດອາຊຽນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື ແລະ ຕົກລົງບັນຫາ ກ່ຽວກັບການພັດທະນາ ແລະ ການເຊື່ອມໂຍງຕະຫຼາດທຶນໃນຂົງເຂດອາຊຽນ. ກອງ​ປະຊຸມ ໄດ້ຮັບຟັງການລາຍງານ, ປຶກສາຫາລື ແລະ ມີມະຕິຕົກລົງເປັນເອກະພາບຕໍ່ກັບບັນຫາຕ່າງໆ ເປັນຕົ້ນ: ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານ ແລະ ປຶກສາຫາລືກ່ຽວກັບວຽກງານ ການເປີດເຜີຍຂໍ້ມູນຍືນຍົງ, ການອອກຈໍາໜ່າຍໜ່ວຍລົງທຶນຂ້າມແດນ, ການເງິນຍືນຍົງ, ການຄຸ້ມຄອງບໍລິຫານ ແລະ ການຄຸ້ມຄອງຊັບສິນດິຈິຕອນ, ການຈັດຕັ້ງປະຕິບັດແຜນວຽກຂອງຕະຫຼາດທຶນຍືນຍົງອາຊຽນ (ASEAN Sustainable Capital Markets Roadmap) ແລະ ແຜນການທົບທວນ ACMF Action Plan (2021-2025) ແລະ ສ້າງແຜນ (2026-2030). ກອງປະຊຸມ ຍັງໄດ້ຮັບຟັງການລາຍງານກ່ຽວກັບຜົນຂອງກອງປະຊຸມອາຊຽນ ແລະ ກອງປະຊຸມປິ່ນອ້ອມ, ການຈັດຕັ້ງປະຕິບັດແຜນງານຂອງປະຊາຄົມເສດຖະກິດອາຊຽນ (AEC Post-2025 Updates), ການຮ່ວມມືລະຫວ່າງ ອາຊຽນ ແລະ ຂົງເຂດຕ່າງໆ ເຊັ່ນ ລາຊະອານາຈັກອັງກິດ ແລະ ຍີ່ປຸ່ນ, ລາຍງານຄວາມຄືບໜ້າຂອງບັນດາໂຄງການຊ່ວຍເຫຼືອທາງ​ດ້ານວິຊາການຂອງທະນາຄານພັດທະນາອາຊີ ໃຫ້ແກ່ ACMF. ນອກຈາກນັ້ນ, ສຄຄຊ ໃນນາມກອງເລຂາ ACMF ໄດ້ປຶກສາຫາລືການກະກຽມງານສະເຫຼີມສະຫຼອງຄົບຮອບ 20 ປີ ຂອງ ACMF, ກອງປະຊຸມສາກົນຂອງ ACMF ແລະ ຄວາມຄືບໜ້າຂອງການຮ່າງປຶ້ມ 20 ປີ ການດໍາເນີນງານຂອງ ACMF ເພື່ອສັງລວມຜົນສໍາເລັດຂອງ ACMF ໃນໄລຍະ 2 ທົດສະວັດທີ່ຜ່ານມາ.

ຜ່ານການລາຍງານ ແລະ ປຶກສາຫາລື, ກອງປະຊຸມໄດ້ຮັບຮອງບັນຫາສໍາຄັນເປັນຕົ້ນແມ່ນ ຮັບຮອງແຜນການຮ່ວມມືລະຫວ່າງ ACMF ແລະ ISSB ໃນໄລຍະປີ 2025-2026 ກ່ຽວກັບວຽກງານການເປີດເຜີຍຂໍ້ມູນຍືນຍົງ, ຮັບຮອງແຜນການເຄື່ອນໄຫວວຽກງານກ່ຽວກັບ ການພັດທະນາ ບົດແນະນໍາການເງິນໃນໄລຍະຂ້າມຜ່ານຂອງອາຊຽນ (ASEAN TRansition Finance Guidance:ATFG) ສະບັບທີ 2, ຂອບວຽກໃນການພັດທະນາຕະຫຼາດກາກບອນແບບສະໝັກໃຈ (Voluntary Carbon Market Study: VCM) ໄລຍະທີ 2, ການປະເມີນແຜນວຽກຕະຫຼາດທຶນຍືນຍົງອາຊຽນ (ACMF Roadmap for ASEAN Sustainable Capital Markets), ການປະເມີນແຜນ ACMF Action Plan 2021-2025 ແລະ ການພັດທະນາ ACMF Action Plan 2026-2030, ແລະ ຕົວຊີ້ວັດປະເມີນຜົນສໍາເລັດຂອງແຜນຍຸດທະສາດ (AEC Strategic Measures 2026-2030) ແລະ ກິດຈະກໍາ (Activities) ທີ່ຕິດພັນກັບ ACMF. ຄຽງຄູ່ກັນນີ້, ກອງ​ປະຊຸມ ໄດ້ສະແດງຄວາມຂອບໃຈ ມາຍັງບັນດາປະເທດສະມາຊິກອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານການພັດທະນາ ແລະ ການເຊື່ອມໂຍງວຽກງານຕະຫຼາດທຶນໃນຂົງເຂດອາຊຽນ. ນອກນັ້ນ, ກໍຂໍສະແດງຄວາມຂອບໃຈມາຍັງ ບັນດາຄູ່ຮ່ວມພັດທະນາ ແລະ ຜູ້ມີສ່ວນຮ່ວມທັງໝົດ ເປັນຕົ້ນແມ່ນ ກອງເລຂາອາຊຽນ, ທະນາຄານພັດທະນາອາຊີ ແລະ ສະຖາບັນການເງິນຍືນຍົງອາຊີ ທີ່ໄດ້ສືບຕໍ່ໃຫ້ການຮ່ວມມື ແລະ ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນເຂົ້າໃນການພັດທະນາວຽກງານຂອງ ACMF ດ້ວຍດີຕະຫຼອດມາ ຊຶ່ງເຮັດໃຫ້ໂຄງການລິເລີ່ມຕ່າງໆຂອງ ACMF ມີຜົນສໍາເລັດຢ່າງຈົບງາມ.

ຜົນຂອງກອງປະຊຸມຄັ້ງນີ້ ຈະໄດ້ນໍາໄປລາຍງານໃນກອງປະຊຸມ ACMF Chairs Meeting ຄັ້ງທີ 41 ຊຶ່ງຈະຈັດຂຶ້ນໃນວັນທີ 21 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ. ໃນທ້າຍກອງປະຊຸມ ປະທານໄດ້ກ່າວຂອບໃຈຜູ້ເຂົ້າຮ່ວມທຸກທ່ານທີ່ໄດ້ປະກອບສ່ວນປຶກສາຫາລືຕໍ່ບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ສໍານັກງານ ຄຄຊ.