Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄຄຊ ຄັ້ງທີ I ປະຈຳປີ 2024
ວັນທີອອກຂ່າວ: 2024-06-04 15:19:23

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 03 ມິຖຸນາ 2024 ທີ່ຫ້ອງປະຊຸມ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມຄົບຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈຳປີ 2024 ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄຄຊ ຜູ້ປະຈຳການ ພ້ອມດ້ວຍບັນດາ ຄະນະ ຄຄຊ, ຄະນະກົມ ຕາງໜ້າຈາກກະຊວງກ່ຽວຂ້ອງ, ຄະນະ ສຄຄຊ, ປະທານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ພ້ອມທັງບັນດາພະນັກງານທີ່ກ່ຽວຂ້ອງຈາກ ສຄຄຊ ແລະ ຕລຊລ ເຂົ້າຮ່ວມ

ຈຸດປະສົງໃນການຈັດກອງປະຊຸມຄົບຄະນະ ຄຄຊ ໃນຄັ້ງນີ້ ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມຄັ້ງຜ່ານມາ ພ້ອມທັງ ລາຍງານຜົນການເຄື່ອນໄຫວປະຈຳປີ 2023, ໄຕມາດ 1 ປີ 2024 ແລະ ທິດທາງແຜນການໃນປີ 2024 ຂອງ ສຄຄຊ ແລະ ປັບປຸງແຜນການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ລາຍງານໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ, ຫົວໜ້າ ສຄຄຊ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການໃຫຍ່ ຕລຊລ ກ່ຽວກັບ ສະພາບການພົ້ນເດັ່ນໃນການເຄື່ອນໄຫວວຽກງານຂອງ ຕລຊລ ປະຈຳປີ 2023, ໄຕມາດ 1 ປີ 2024 ແລະ ທິດທາງແຜນການໃນປີ 2024

ຫຼັງຈາກທີ່ໄດ້ຮັບຟັງການລາຍງານຂອງ ທ່ານ ຫົວໜ້າ ສຄຄຊ ແລະ ທ່ານ ຜູ້ອໍານວຍການໃຫຍ່ ຕລຊລ ແລະ ການປະກອບຄໍາເຫັນຂອງ ຄະນະ ຄຄຊ ຢ່າງກົງໄປກົງມາ, ທ່ານປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ການພະຍາຍາມຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ II ປີ 2023 ແລະ ການເຄື່ອນໄຫວວຽກງານຫຼັກຊັບ ໃນປີ 2023 ຊຶ່ງເຫັນໄດ້ຜົນສໍາເລັດຕາມແຜນກໍານົດໄວ້; ແຕ່ເພື່ອເປັນບ່ອນອີງໃນການສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບ ຢູ່ ສປປ ລາວ, ທີ່ປະຊຸມໄດ້ເຫັນດີເປັນເອກະພາບ ໂດຍຮັບຮອງແຜນວຽກປີ 2024 ແລະ ແຜນງົບປະມານ ປີ 2024 ຕາມການລາຍງານຂອງ ສຄຄຊ, ຮັບຮອງແຜນການປັບປຸງການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ແລະ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນປະສິດທິຜົນໃນການປະຕິບັດວຽກງານ; ພ້ອມນີ້, ກໍ່ໃຫ້ ສຄຄຊ ແລະ ຕລຊລ ສຸມໃສ່ ຄື: 1) ຄົ້ນຄວ້າຮອບດ້ານວຽກງານການພັດທະນາຕະຫຼາດທຶນ ເພື່ອກໍານົດທິດທາງຍຸດທະສາດຄືນໃໝ່ ແນໃສ່ສ້າງຄວາມເຂັ້ມແຂງແກ່ຂະແໜງການດັ່ງກ່າວ; 2) ຊຸກຍູ້ການລະດົມທຶນຜ່ານຕະຫຼາດທຶນດ້ວຍຫຼາຍຮູບການ ໂດຍສົມທົບກັບບັນດາກະຊວງກ່ຽວຂ້ອງ; 3) ສືບຕໍ່ຄົ້ນຄວ້າຜະລິດຕະພັນໃໝ່ໆໃຫ້ສໍາເລັດ ເປັນຕົ້ນ ຮຸ້ນກູ້ສີຂຽວ, ສັງຄົມ ແລະ ຍືນຍົງ, ການສ້າງກະດານຮອງ, ກອງທຶນເພື່ອການລົງທຶນໃນບໍລິສັດ (P/E) ແລະ ກອງທຶນເພື່ອການລົງທຶຶນຮ່ວມທຸລະກິດ (V/C); 4) ສ້າງກົນໄກທັນສະໄໝ ເພື່ອໃຫ້ເຂົ້າເຖິງບໍລິການຕະຫຼາດທຶນໄດ້ຄ່ອງຕົວຂຶ້ນ ເປັນຕົ້ນ ການຊື້ຂາຍຫຼັກຊັບຜ່ານມືຖື (Mobile Trading System) ແລະ 5) ພ້ອມທັງ ສືບຕໍ່ປັບປຸງບັນດານິຕິກໍາທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານໃຫ້ສໍາເລັດຕາມແຜນ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.