Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄັ້ງປະຄົມມະລຶກຂອງ ຄະນະຄົ້ນຄ້ວາສ້າງຕັ້ງສະມາຄົມຕະຫຼາດທຶນລາວ
ວັນທີອອກຂ່າວ: 2024-05-28 16:21:17

ເນື້ີອໃນຂ່າວ:

ເພື່ອໃຫ້ສາມາດບັນລຸວຽກງານໄດ້ຕາມແຜນຍຸດທະສາດພັດທະນາຕະຫຼາດທຶນ 10 ປີ (2020-2030) ທີ່ວາງໄວ້ ແລະ ເປັນການສ້າງຄວາມເຂັ້ມແຂງໃນວຽກງານຕະຫຼາດທຶນ ໂດຍສະເພາະການຊຸກຍູ້, ສົ່ງເສີມ ແລະ ພັດທະນາຄຸນນະພາບ ມາດຕະຖານໃນທຸລະກິດຫຼັກຊັບ, ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2024 ທີ່ ຫ້ອງປະຊຸມ ຊັ້ນ 6 ຂອງທະນາຄານ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມຄັ້ງປະຄົມມະລຶກຂອງ ຄະນະຄົ້ນຄ້ວາສ້າງຕັ້ງສະມາຄົມຕະຫຼາດທຶນລາວ ຂຶ້ນ ໂດຍການໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ນ. ຂັນແກ້ວ ຫຼ້າມະນີເງົາ ຄະນະປະຈໍາພັກ, ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຜູ້ຊີ້ນໍາວຽກງານສຳນັກງານຄະນະກຳມະກນຄຸ້ມຄອງຫຼັກຊັບ ຫົວໜ້າຄະນະ ແລະ ຄະນະທີ່ຖືກແຕ່ງຕັ້ງຊຶ່ງປະກອບດ້ວຍ: ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າ ສຄຄຊ, ຮອງຫົວໜ້າຄະນະ ແລະ ຮອງຫົວໜ້າ ສຄຄຊ, ຄະນະພະແນກ ແລະ ວິຊາການ ຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ທ່ານຜູ້ອຳນວຍການໃຫ່ຍ ຕະຫຼາດຫຼັກຊັບລາວ, ຜູ້ຕາງໜ້າຈາກກົມຈັດຕັ້ງ ແລະ ພະນັກງານ ທະນາຄານແຫ່ງ ສປປ ລາວ, ກະຊວງພາຍໃນ, ຊົມລົມບໍລິສັດຫຼັກຊັບ ແລະ ຊົມລົມບໍລິສັດປະເມີນມູນຄ່າຊັບສິນ ເຂົ້້າຮ່ວມຈຳນວນ 16 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ຈັດຂຶ້ນເພື່ອປຶກສາຫາລືເຖິງແນວຄວາມຄິດ ແລະ ແນວທາງໃນການຄົ້ນຄ້ວາຄວາມເປັນໄປໄດ້ໃນການສ້າງຕັ້ງສະມາຄົມຕະຫຼາດທຶນລາວ, ຜ່ານແຜນການເຄື່ອນໄຫວຂອງຄະນະຄົ້ນຄ້ວາ, ກະກຽມຄວາມພ້ອມຮອບດ້ານໃນການຄົ້ນຄ້ວາສ້າງເງື່ອນໄຂ, ນິຕິກຳປິ່ນອ້ອມ ແລະ ອື່ນໆທີ່ຕິດພັນ.

ໃນກອງປະຊຸມ ສຳນັກງານ ຄຄຊ ໄດ້ນຳສະເໜີເຖິງ ການຄົ້ນຄ້ວາການສ້າງຕັ້ງສະມາຄົມຕະຫຼາດທຶນລາວ ໃຫ້ຜູ້ເຂົ້າຮ່ວມໃນກອງປະຊຸມໄດ້ຮັບຊາບ. ພາຍຫຼັງສຳເລັດການນຳສະເໜີ ແລະ ຮັບຟັງແລ້ວ ທ່ານປະທານ ກອງປະຊຸມໄດ້ສະເໜີໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນຄວາມເຂົ້າໃຈຮ່ວມກັນ ເປັນຕົ້ນໃນທາງນິຕິກຳທີ່ກ່ຽວຂ້ອງເຊັ່ນ: ກົດໝາຍວ່າດ້ວຍຫຼັກຊັບ ສະບັບເລກທີ 79/ສພຊ, ລົງວັນທີ 3 ທັນວາ 2019, ດຳລັດ ວ່າດ້ວຍສະມາຄົມ ສະບັບເລກທີ 238/ລບ, ລົງວັນທີ 11 ສິງຫາ 2017 ແລະ ອື່ນໆ ທີ່ຕິດພັນ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ມີການປະກອບຄຳເຫັນຮ່ວມກັນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມມີບັນຍາກາດຟົດຟື້ນ ແລະ ສາມາດສະຫຼຸບໄດ້ມະຕິກອງປະຊຸມຢ່າງຊັດເຈນ ແລະ ເປັນໄປຕາມເນື້ອໃນຈິດໃຈຂອງກອງປະຊຸມທີ່ຄາດໝາຍໄວ້.

ໃນຕອນທ້າຍກອງປະຊຸມ ທ່ານປະທານກອງປະຊຸມ ຍັງໄດ້ໃຫ້ທິດຊີ້ນຳຕໍ່ກັບຄະນະຄົ້ນຄ້ວາສ້າງຕັ້ງສະມາຄົມໃຫ້ນຳເອົາເນື້ອໃນຈິດໃຈ ແລະ ມະຕິກອງປະຊຸມໃນມື້ນີ້ເພື່ອເປັນບ່ອນອີງໃນການສືບຕໍ່ເຄື່ອນໄຫວວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ກອງປະຊຸມໄດ້ປິດລົງໃນເວລາ 11:30 ໂມງ ຂອງວັນດຽວກັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຄຸ້ມຄອງສະຖາບັນສື່ກາງດ້ານຫຼັກຊັບ ສຄຄຊ.