Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ກຳປູເຈຍ ຄັ້ງທີ 02 ປະຈໍາປີ 2024 ແລະ ກອງປະຊຸມສໍາມະນາ ຢູ່ ສປປ ລາວ
ວັນທີອອກຂ່າວ: 2024-05-17 14:11:49

ເນື້ີອໃນຂ່າວ:

ເພື່ອເປັນການເພີ່ມທະວີການຮ່ວມມື ແລະ ປະຕິບັດຕາມບົດບັນທຶກຄວາມເຂົ້າໃຈສອງຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄຄຊ) ກໍາປູເຈຍ ໄດ້ມີການຈັດກອງປະຊຸມຮ່ວມມືສອງຝ່າຍ ຄັ້ງທີ 02 ປະຈໍາປີ 2024 ຮ່ວມກັນ ໃນຕອນເຊົ້າ ຂອງວັນທີ 16 ພຶດສະພາ 2024, ຢູ່ທີ່ ເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ ໂດຍການເປັນປະທານຂອງ ທ່ານ ນາງ ຟອງຈິນດາ ແສງສຸລິວົງ, ຫົວໜ້າ ສຄຄຊ ແລະ ທ່ານ Sou Socheat, ຫົວໜ້າ ຄຄຊ ກໍາປູເຈຍ ພ້ອມດ້ວຍຄະນະຈາກ ສຄຄຊ ແລະ ຄຄຊ ກຳປູເຈຍ ເຂົ້າຮ່ວມທັງໝົດ ຈໍານວນ 19 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອລາຍງານສະພາບຄວາມຄືບໜ້າການພັດທະນາຕະຫຼາດທຶນໃນປີຜ່ານມາ ແລະ ແລກປ່ຽນແຜນການພັດທະນາຕະຫຼາດທຶນໃນປີ 2024 ຂອງ ທັງສອງປະເທດ, ປຶກສາຫາລືຜົນການຈັດຕັ້ງປະຕິບັດການຮ່ວມມືສອງຝ່າຍ ລະຫວ່າງ ສຄຄຊ ແລະ ຄຄຊ ກໍາປູເຈຍ ໃນປີ 2023 ແລະ ກໍານົດແຜນການຮ່ວມມື ໃນປີ 2024 ໂດຍສະເພາະແມ່ນ ການແລກປ່ຽນຂໍ້ມູນຂ່າວສານຂອງສອງຝ່າຍ, ການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນໃນການຄຸ້ມຄອງວຽກງານຫຼັກຊັບ, ຊຸກຍູ້ ແລະ ສົ່ງເສີມ ການລົງທຶນໃນຕະຫຼາດທຶນຂອງທັງສອງຝ່າຍ ໃຫ້ນັບມື້ນັບເພີ່ມຂຶ້ນເລື້ອຍໆ.

ພ້ອມດຽວກັນນັ້ນໃນຕອນບ່າຍຂອງວັນດຽວກັນ ໄດ້ມີການຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນ ຕາມແຜນການຮ່ວມມືສອງຝ່າຍ ລະຫວ່າງ ສຄຄຊ ແລະ ຄຄຊ ກໍາປູເຈຍ ປະຈໍາປີ 2024 ໂດຍການນໍາສະເໜີຂອງ ຜູ້ຕາງ ໜ້າຈາກ ຄຄຊ ກໍາປູເຈຍ ຈໍານວນ 4 ຫົວຂໍ້ ຄື: 1) ການສົ່ງເສີມຄວາມຮູ້ທາງດ້ານວຽກງານຫຼັກຊັບ, 2) ການສ້າງຕັ້ງບໍລິສັດຈັດອັນດັບຄວາມໜ້າເຊື່ອຖື ຢູ່ປະເທດ ກຳປູເຈຍ, 3) ການຂະຫຍາຍ ແລະ ຄຸ້ມຄອງຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ 4) ການຈັດຕັ້ງປະຕິບັດນິຕິກໍາ ກ່ຽວກັບການປະຕິບັດມາດຕະການທາງບໍລິຫານໃນຂົງເຂດວຽກງານຫຼັກຊັບ. ໃນກອງປະຊຸມສໍາມະນາດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນຢ່າງຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ສໍານັກງານ ຄຄຊ.