Saturday, 27 July 2024

ຂ່າວສານ


ຫົວຂໍ້ຂ່າວ: ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ
ວັນທີອອກຂ່າວ: 2019-05-08 13:03:33

ເນື້ີອໃນຂ່າວ:

ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ເຜີຍແຜ່ໃນຫົວຂໍ້: “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຂຶ້ນໃນຕອນບ່າຍ ຂອງວັນທີ 24 ເມສາ 2019 ທີ່ ຫ້ອງປະຊຸມໃຫຍ່ ກະຊວງໂຍທາທິການ ແລະ ຂົນສົ່ງ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເກສອນ ວົງສາ ຮອງຫົວໜ້າຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ. ກອງປະຊຸມດັ່ງກ່າວປະກອບດ້ວຍ ຜູ້ຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ ແລະ ນັກສຳມະນາກອນຈາກບັນດາກົມອ້ອມຂ້າງກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງຫຼາຍກ່ວາ 70 ທ່ານ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ແມ່ນເພື່ອເຜີຍແຜ່ໃຫ້ພະນັກງານພາຍໃນກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ເວົ້າລວມ ເວົ້າສະເພາະກໍ່ຄື ພື້ນຖານກ່ຽວກັບການລົງທຶນໃນຮຸ້ນ, ຊຶ່ງຜູ້ບັນຍາຍໄດ້ນຳສະເໜີເຖິງ ພາບລວມຕະຫຼາດທຶນ, ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ຜົນປະໂຫຍດແລະ ຂັ້ນຕອນການລົງທຶນໃນຫຼັກຊັບ.

ກອງປະຊຸມດຳເນີນໄປເປັນເວລາເຄິ່ງວັນຕາມວາລະ ພ້ອມດຽວກັນນັ້ນ ນັກສຳມະນາກອນໃຫ້ຄວາມສົນໃຈ ຊຶ່ງສະເດງອອກໄດ້ຈາກຄຳຖາມທີ່ນຳມາແລກປ່ຽນກັບຜູ້ບັນຍາຍ ເປັນຕົ້ນແມ່ນ ຖ້າບໍລິສັດຂາດທຶນ ຜູ້ລົງທຶນຊື້ຮຸ້ນຈະຂາດທຶນນຳຫຼືບໍ່?, ເປັນຫັຍງລາຄາຮຸ້ນໃນຕະຫຼາດຫຼັກຊັບຈຶ່ງຕ້ອງກຳນົດການຂຶ້ນລົງ ±10?, ໂດຍຜູ້ບັນຍາຍໄດ້ທຳການຊີ້ແຈງຕໍ່ຄຳຖາມຕ່າງໆຢ່າງລະອຽດ, ຈຶ່ງເຮັດໃຫ້ນັກສຳມະນາກອນມີຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນຫຼາຍຂຶ້ນ ແລະ ເຮັດໃຫ້ກອງປະຊຸມບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.