Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສືບຕໍ່ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນຢູ່ສອງພາກສ່ວນ
ວັນທີອອກຂ່າວ: 2018-03-27 14:53:12

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈໃຫ້ແກ່ພະນັກງານຂອງທັງສອງພາກສ່ວນ ໄດ້ຮັບຊາບກ່ຽວກັບພາລະບົດບາດ, ກົນໄກຂອງຕະຫຼາດທຶນລາວ ແລະ ຜົນປະໂຫຍດຂອງຕະຫຼາດທຶນທີ່ມີຕໍ່ທຸກໆພາກສ່ວນໃນສັງຄົມ. ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ໂທລະພາບແຫ່ງຊາດລາວ ແລະ ອົງການກວດສອບແຫ່ງລັດ ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ”, ຊຶ່ງກອງປະຊຸມເຜີຍແຜ່ດັ່ງກ່າວ ໄດ້ຮັບຟັງການບັນຍາຍໃນ 3 ເອກະສານ ຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຮຸ້ນ”.

ຜ່ານການຮັບຟັງການເຜີຍແຜ່ຄັ້ງນີ້ ໄດ້ເຮັດໃຫ້ພະນັກງານທັງສອງພາກສ່ວນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ພ້ອມນັ້ນ ໃນກອງປະຊຸມເຜີຍແຜ່ຄັ້ງນີ້ຍັງໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມມີຄວາມເຂົ້າໃຈຫຼາຍຂຶ້ນກວ່າເກົ່າກ່ຽວກັບວຽກງານຕະຫຼາດທຶນຂອງ ສປປ ລາວ ໃນປະຈຸບັນ.

ກອງປະຊຸມເຜີຍແຜ່ດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 27 ກຸມພາ 2018, ທີ່ ໂທລະພາບແແຫ່ງຊາດລາວແລະ ໃນວັນທີ 28 ກຸມພາ 2018 ທີ່ ອົງການກວດສອບແຫ່ງລັດ. ໂດຍມີຄະນະກົມ, ຄະນະພະແນກ ແລະ ວິຊາການຂອງສອງພາກສ່ວນດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.