Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຮ່ວມກັບ 4 ສະຖາບັນການສຶກສາ ຈັດກອງປະຊຸມເຜີຍແຜ່ “ການລົງທຶນຢ່າງມືອາຊີບກັບຮຸ້ນ”
ວັນທີອອກຂ່າວ: 2015-10-22 13:56:37

ເນື້ີອໃນຂ່າວ:

ໃນໄລຍະຜ່ານມານັບຕັ້ງແຕ່ທ້າຍເດືອນກັນຍາ ເຖິງກາງເດືອນ ຕຸລາ 2015 ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ໄດ້ຮ່ວມກັບ 4 ສະຖາບັນການສຶກສາຄື: ວິທະຍາໄລ ຣັຕນະບໍລິຫານທຸລະກິດ, ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລ ເສດຖະກິດໄຊພັດທະນາ ແລະ ຄະນະເສດຖະສາດ ແລະ ບໍລິຫານມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມເຜີຍແຜ່ “ການລົງທຶນຢ່າງມືອາຊີບກັບຮຸ້ນ” ຕາມລຳດັບ ຊຶ່ງປະກອບມີຄະນະຜູ້ອຳນວຍການ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ການຈັດກອງປະຊຸມເຜີຍແຜ່ຢູ່ 4 ສະຖາບັນການສຶກສາດັ່ງກ່າວ ລວມມີຜູ້ເຂົ້າຮ່ວມທັງໝົດ 923 ຄົນ

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ຄູອາຈານ ແລະ ນັກສຶກສາ ພາຍໃນ 4 ສະຖາບັນການສຶກສາ ກ່ຽວກັບວຽກງານຕະຫຼາດທຶນ ຢູ່ ສປປ ລາວ. ພ້ອມນີ້ ສຳນັກງານ ຄຄຊ ແມ່ນໄດ້ນຳສະເໜີ ໃນ 3 ຫົວຂໍ້ຍ່ອຍ ຄື: 1). “ຕະຫຼາດທຶນໃນ ສປປ ລາວ”; 2).“ການວາງແຜນການເງິນເພື່ອເປົ້າໝາຍຊີວິດ” ແລະ 3). “ການລົງທຶນຢ່າງມືອາຊີບກັບຮຸ້ນ”.

ຜ່ານການເຜີຍແຜ່ຢູ່ 4 ສະຖາບັນສຶກສາດັ່ງກ່າວນັ້ນ ໄດ້ເຮັດໃຫ້ຄູອາຈານ ແລະ ນັກສຶກສາ ໄດ້ມີການແລກປ່ຽນຄຳເຫັນກັບນັກວິທະຍາກອນຢ່າງກົງໄປກົງມາ, ສາມາດສ້າງຄວາມຮູ້ ແລະ ຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນໃນ ສປປ ລາວ ເຮັດໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.