Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງສຳນັກງານ ຄຄຊ ແລະ IFC ກ່ຽວກັບການຮ່ວມມືດ້ານວິຊາການໃນການສ້າງມາດຕະຖານຫຼັກການຄຸ້ມຄອງບໍລິຫານ ສຳລັບຕະຫຼາດທຶນລາວ
ວັນທີອອກຂ່າວ: 2015-10-20 12:46:44

ເນື້ີອໃນຂ່າວ:

ພິທີເຊັນບົດບັນທຶກຄວາມເຂົົ້າໃຈລະຫວ່າງ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສໍານັກງານ ຄຄຊ) ແລະ ອົງການການເງິນສາກົນ (IFC) ໄດ້ຈັດຂຶ້ນໃນວັນທີ 13 ຕຸລາ 2015 ຢູ່ທີ່ໂຮງແຮມວຽງຈັນພລາຊາ. ຕາງໜ້າ ສຳນັກງານ ຄຄຊ ໂດຍແມ່ນ ທ່ານ ນາງ ສາຍສະໝອນ ຈັນທະຈັກ, ຮັກສາການຫົວໜ້າສຳນັກງານ ຄຄຊ, ທະນາຄານແຫ່ງ ສປປ ລາວ ແລະ ຝ່າຍອົງການການເງິນສາກົນ ແມ່ນ ທ່ານ ພົງສະຫວັນ ພົມກອງ ຫົວໜ້າຫ້ອງການ IFC ປະຈຳ ສປປ ລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ມີບັນດາຄະນະກົມພາຍໃນ ທຫລ, ຕະຫຼາດຫຼັກຊັບລາວ, ບໍລິສັດຈົດທະບຽນ, ທະນາຄານໂລກ (WB) ແລະ ພາກສ່ວນທີີ່ກ່ຽວຂ້ອງເຂົ້າຮ່ວມ. ພິທີເຊັນບົດບັນທຶກຄວາມເຂົົ້າໃຈໃນຄັ້ງນີ້, ເປັນການຮ່ວມມື ແລະ ການຊ່ວຍເຫຼືອດ້ານວິຊາການ ໃນການຫຼັກການຄຸ້ມຄອງບໍລິຫານ (Corporate Governance: “CG”) ສໍາລັບຕະຫຼາດທຶນລາວ.

ການຄຸ້ມຄອງບໍລິຫານ (CG) ແມ່ນລະບົບທີ່ຈັດໃຫ້ມີໂຄງສ້າງ ແລະ ຂະບວນການພົວພັນລະຫວ່າງ ສະມາຊິກສະພາບໍລິຫານ, ຄະນະອໍານວຍການ ແລະ ຜູ່ຖືຮຸ້ນ ເພື່ອສ້າງຄວາມສາມາດໃນການແຂ່ງຂັນ ເພື່ອນໍາໄປສູ່ການຈະເລີນເຕີບໂຕ ແລະ ການເພີ່ມມູນຄ່າໃຫ້ກັບຜູ່ຖືຮຸ້ນໃນໄລຍະຍາວ ໂດຍຮັບປະກັນສິດ ແລະ ຜົນປະໂຫຍດ ຂອງຜູ່ມີສ່ວນກ່ຽວຂ້ອງອື່ນໆ.

ການຄຸ້ມຄອງບໍລິຫານ (CG) ມີຄວາມສໍາຄັນທີ່ສຸດຕໍ່ບໍລິສັດຈົດທະບຽນ ເນື່ອງຈາກວ່າ ການມີການຄຸ້ມຄອງບໍລິຫານທີ່ດີ ໝາຍເຖິງການມີລະບົບການບໍລິຫານທີ່ມີປະສິດທິພາບ, ໂປ່ງໃສ ແລະ ກວດສອບໄດ້ ຊຶ່ງຊ່ວຍສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈແກ່ຜູ່ຖືຮຸ້ນ, ຜູ່ລົງທຶນ, ຜູ່ມີສ່ວນຮ່ວມ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ພ້ອມທັງຊ່ວຍໃຫ້ບໍລິສັດຈົດທະບຽນມີການພັດທະນາ ແລະ ຈະເລີນເຕີບໂຕແບບຍື່ນຍົງໃນໄລຍະຍາວ.

ປັດຈຸບັນ ເຖິງວ່າຕະຫລາດຫລັກຊັບລາວ ຖືກສ້າງຕັ້ງຂຶ້ນໄດ້ 5 ປີ ແລ້ວກໍຕາມ ແຕ່ການຄຸ້ມຄອງບໍລິຫານຂອງບໍລິສັດຈົດທະບຽນຈໍານວນໜຶ່ງເຫັນວ່າ ຍັງບໍ່ທັນສອດຄ່ອງກັບຫລັກການຄຸ້ມຄອງບໍລິຫານຂອງສາກົນເທົ່າທີ່ຄວນ. ສະນັ້ນ ເພື່ອສ້າງເງື່ອນໄຂໃຫ້ຕະຫລາດຫລັກຊັບລາວ ກາຍເປັນບ່ອນລະດົມທຶນ ແລະ ຈັດສັນແຫລ່ງທຶນ ໄລຍະຍາວທີ່ມີປະສິດທິພາບ ແລະ ໄດ້ມາດຕະຖານນັ້ນ, ໜຶ່ງໃນໜ້າວຽກທີ່ສໍາຄັນແມ່ນການສ້າງຫລັກການການຄຸ້ມຄອງບໍລິຫານສໍາລັບບໍລິສັດຈົດທະບຽນ (CG code) ແລະ ຊຸກຍູ້ບໍລິສັດຈົດທະບຽນ ຈັດຕັ້ງປະຕິບັດຫລັກການດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ.

ເຫັນໄດ້ຄວາມສໍາຄັນ ແລະ ຈໍາເປັນຂອງຫລັກການຄຸ້ມຄອງບໍລິຫານ ແລະ ເຫັນໄດ້ສິ່ງທີ່ຄວນປັບປຸງສໍາລັບບໍລິ ສັດຈົດທະບຽນ, ສະນັ້ນ ສໍານັກງານ ຄຄຊ ຈຶ່ງໄດ້ບັນຈຸໜ້າວຽກ: ການສ້າງຫລັກການຄຸ້ມຄອງບໍລິຫານ (CG) ເຂົ້າໃນແຜນຍຸດທະສາດການພັດທະນາຕະຫລາດທຶນຂອງ ສປປລາວ ແຕ່ປີ 2016-2025 ແນໃສ່ສ້າງໃຫ້ບໍລິສັດຈົດທະບຽນໃນຕະຫລາດຫລັກຊັບລາວ ມີຄວາມເຂັ້ມແຂງ ແລະ ທັນສະໃໝ ສອດຄ່ອງກັບສະພາບການປ່ຽນແປງທີ່ເກີດ ຂຶ້ນໃນຂົງເຂດຕະຫລາດທຶນ. ນອກຈາກນີ້ ຍັງເປັນການກະກຽມຄວາມພ້ອມໃຫ້ແກ່ບໍລິສັດຈົດທະບຽນເຂົ້າສູ່ການແຂ່ງຂັນໃນຂົງເຂດຕະຫລາດທຶນໃນປະເທດສະມາຊິກອາຊຽນ.

ເພື່ອຮັບປະກັນໃຫ້ແຜນດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ທັນຕາມກໍານົດເວລາ, ສໍານັກງານ ຄຄຊ ຈຶ່ງໄດ້ສະເໜີຂໍການຊ່ວຍເຫລືອດ້ານວິຊາການຈາກອົງການການເງິນສາກົນ (IFC) ປະຈຳ ສປປ ລາວ ເພື່ອຄົ້ນຄ້ວາສ້າງມາດຕະຖານຫຼັກການຄຸ້ມຄອງບໍລິຫານສໍາລັບຕະຫຼາດທຶນລາວ ຊຶ່ງໂຄງການດັ່ງກ່າວ ຈະເລີ່ມຈາກ ການສຳຫຼວດ ແລະ ປະເມີນການຈັດຕັ້ງປະຕິບັດຫຼັກການບໍລິຫານ (CG) ຂອງວິສາຫະກິດໃນ ສປປ ລາວ ໃນໄລຍະ ຜ່ານມາ (Country Assessment), ການສ້າງບົດແນະນໍາ ແລະ ລະບຽບການຂອງ CG ຫຼື CG code ໂດຍສ່ອດຄ່ອງກັບຫຼັກການຄຸ້ມຄອງບໍລິຫານຂອງອາຊຽນ (ASEAN CG Score Card), ຕະຫຼອດເຖິງການເຜີຍແຜ່ ແລະ ຈັດຝຶກອົບຮົມກ່ຽວກັບວຽກງານນີ້ ໃຫ້ແກ່ບໍລິສັດເປົ້າໝາຍຈົດທະບຽນ ແລະ ບໍລິສັດຈົດທະບຽນ ແລະ ມວນຊົນທົ່ວໄປ ລວມທັງການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິປະບັດຫຼັກການດັ່ງກ່າວ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ສະແດງໃຫ້ເຫັນເຖິງ ການຮ່ວມມື ແລະ ການຊ່ວຍເຫຼືອ ຂອງອົງການ IFC ຕໍ່ຂົງເຂດວຽກງານຫລັກຊັບ ຊຶ່ງເປັນນິມິດໝາຍທີ່ດີ ໃນການສ້າງ ແລະ ຜັນຂະຫຍາຍວຽກງານຄຸ້ມບໍລິຫານຂອງ ບໍລິສັດຈົດທະບຽນ ເພື່ອເຮັດໃຫ້ຕະຫຼາດທຶນລາວມີຄວາມເຂັ້ມແຂງຮອບດ້ານ ສ້າງບາດກ້າວອັນໜັກແໜ້ນ ເພື່ອຮັບ ຮອງການແຂ່ງຂັນກັບຕະຫຼາດທຶນໃນບັນດາປະເທດອາຊຽນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.