Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ການແຂ່ງຂັນມິດຕະພາບ 4 ກົມ ພາຍໃນທະນາຄານແຫ່ງ ສປປ ລາວ
ວັນທີອອກຂ່າວ: 2015-08-04 14:24:19

ເນື້ີອໃນຂ່າວ:

ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 60 ປີ ແລະ ທັງເປັນການສ້າງຄວາມສາມັກຄີຮັກແພງໃຫ້ແໜ້ນແຟ້ນຫຼາຍກ່ວາເກົ່າ, ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ກົມຈັດຕັ້ງ ແລະ ພະນັກງານ, ກົມຄຸ້ມຄອງ ສະຖາບັນການເງິນ ແລະ ກົມນະໂຍບາຍເງິນຕາ ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາບານເຕະມິດຕະພາບຂຶ້ນໃນວັນທີ 24 ກໍລະກົດ 2015 ທີ່ເດີ່ນເທບປັນຍາ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຮັກສາການຫົວໜ້າ ສຄຄຊ, ພ້ອມດ້ວຍຄະນະການນໍຳຂັ້ນກົມ ແລະ ພະນັກງານ ທັງ 4 ພາກສ່ວນ ດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ.

ການແຂ່ງຂັນໃນຄັ້ງນີ້ ແມ່ນການແຂ່ງຂັນມິດຕະພາບ 4 ກົມ ພາຍໃນທະນາຄານແຫ່ງ ສປປ ລາວ (ທຫລ) ເຊິ່ງຜົນການແຂ່ງຂັນແມ່ນທີມກົມຈັດຕັ້ງ ແລະ ພະນັກງານໄດ້ໄຊຊະນະ, ຮອງລົງມາແມ່ນທີມກົມຄຸ້ມຄອງສະຖາບັນການເງິນ, ທີມກົມນະໂຍບາຍ ແລະ ສຄຄຊ ຕາມດຳດັບ. ການແຂ່ງຂັນກິລາດັ່ງກ່າວ ໄດ້ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຟົດຟື້ນ, ຕ່າງຝ່າຍຕ່າງສ້າງບັນຍາກາດ ແລະ ແຂ່ງຂັນດ້ວຍນ້ຳໃຈນັກກິລາ.

ໃນການແຂ່ງຂັນກິລາຄັ້ງນີ້ ແຕ່ລະຝ່າຍກໍ່ໄດ້ແລກປ່ຽນທຸງກິລາ ແລະ ມອບຊໍ່ດອກໄມ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ການແຂ່ງຂັນດັ່ງກ່າວ ຍັງໄດ້ສ້າງໂອກາດແລກປ່ຽນໂອ້ລົມກັນ ເພື່ອຮ່ວມມືກັນໃນການປະກອບ ສ່ວນເຂົ້າວຽກງານສະເພາະໃນຕໍ່ໜ້າ.

free porn videos free sex videos hindi sex videos desi indian xxx videos German free porn videos arab porn videos Group sex videos 18 years sex Turkish porn videos Amateur porn videos

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.