Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ການແຂ່ງຂັນກິລາສາມັກຄີ ລະຫວ່າງ ສໍຳນັກງານ ຄຄຊ ແລະ APM LAO
ວັນທີອອກຂ່າວ: 2015-07-03 13:53:37

ເນື້ີອໃນຂ່າວ:

ເພື່ອເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ (APM LAO) ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາມິດຕະພາບຂຶ້ນໃນວັນທີ 26 ມິຖຸນາ 2015 ທີ່ເດີ່ນກິລາກາແລ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຮັກສາຫົວໜ້າສຳນັກງານ ແລະ ທ່ານ ສົມພົບ ສັກພັນພະນົມ ຜູ່ອຳນວຍການ APM LAO ພ້ອມດ້ວຍພະນັກງານຂອງທັງສອງພາກສ່ວນ ດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ.

ບັນຍາກາດການແຂ່ງຂັນກິລາເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຟົດຟື້ນ, ຕ່າງຝ່າຍຕ່າງສ້າງບັນຍາກາດ ແລະ ຕໍ່ສູ້ດ້ວຍນ້ຳໃຈນັກກິລາ, ຮູ້ແພ້ຮູ້ຊະນະ. ຜົນການແຂ່ງຂັນແມ່ນ ທີມບານເຕະຊາຍ ສຄຄຊ ເອົາຊະນະ APM LAO 6-5 ປະຕູ ແລະ ທີມດັອດບອນຍິງ (Dodgeball) APM LAO ເອົາຊະນະ ສຄຄຊ 2-1 ເກມ.

ໃນການແຂ່ງຂັນກິລາຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນທຸງກິລາ ແລະ ມອບຊໍ່ດອກໄມ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ຮ່ວມກັນການພັດທະນາຕະຫຼາດທຶນຕໍ່ໄປ. ການແຂ່ງຂັນກິລາຄັ້ງນີ້ ໄດ້ເຮັດໃຫ້ການນຳ ແລະ ພະນັກງານທັງສອງຝ່າຍ ກໍ່ຄື ສຄຄຊ ແລະ APM LAO ໄດ້ມີໂອກາດແລກປ່ຽນໂອ້ລົມກັນ, ນອກຈາກວຽກງານວິຊາການແລ້ວ ຍັງມີຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີຢ່າງກົມກຽວ

free porn videos free sex videos hindi sex videos desi indian xxx videos German free porn videos arab porn videos Group sex videos 18 years sex Turkish porn videos Amateur porn videos

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.