Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບ ຄັ້ງທີ I ປະຈຳປີ 2015 ໄດ້ເປີດຂຶ້ນໃນທ້າຍເດືອນພຶດສະພາທີ່ຜ່ານມາ
ວັນທີອອກຂ່າວ: 2015-06-18 14:42:03

ເນື້ີອໃນຂ່າວ:

ກອງປະຊຸມ ຄະນະກຳມະກ່ນຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈຳປີ 2015 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 27 ພຶດສະພາ 2015 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ທະນາຄານແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຜູ່ຊີ້ນຳວຽກງານເສດຖະກິດມະຫາພາກ ແລະ ບໍລິຫານ, ປະທານ ຄຄຊ, ພ້ອມດ້ວຍຮອງປະທານ ຄຄຊ, ຄະນະ ຄຄຊ ແລະ ພະນັກງານ ຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 43 ທ່ານ.

ທ່ານ ດຣ. ບຸນປອນ ບຸດຕະນະວົງ ໄດ້ໃຫ້ຮູ້ວ່າ: ໃນປີ 2014 ຜ່ານມາ, ພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານຄຸ້ມຄອງຫຼັກຊັບຢ່າງຕັ້ງໜ້າ ໃນນັ້ນຜົນສໍາເລັດອັນພົ້ນເດັ່ນ ແມ່ນໄດ້ສໍາເລັດການຮັບຮອງເອົາແຜນຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ ແຕ່ປີ 2016-2025 ແລະ ວິໄສທັດຮອດປີ 2030 ຈາກລັດຖະບານ ເພື່ອເປັນແນວທາງໃນການພັດທະນາຕະຫຼາດທຶນລາວໃນຕໍ່ໜ້າ ໃຫ້ມີການຂະຫຍາຍຕົວເປັນກ້າວໆ. ຄຽງຄູ່ກັນນັ້ນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ, ໃນປີ 2015 ພວກເຮົາຕ້ອງໄດ້ສືບຕໍ່ເອົາໃຈໃສ່ພັດທະນາຕະຫຼາດທຶນລາວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2015 ທີ່ກອງປະຊຸມ ຄຄຊ ຄັ້ງທີ III ປະຈໍາປີ 2014 ໄດ້ຮັບຮອງເອົາ ພ້ອມທັງກະກຽມຄວາມພ້ອມ ໃນການເຊື່ອມໂຍງຕະຫຼາດທຶນໃນພາກພື້ນ ແລະ ສາກົນ ຊຶ່ງເຫັນໄດ້ວ່າພວກເຮົາຈະຕ້ອງໄດ້ປະເຊີນກັບຄວາມສ່ຽງ ແລະ ສິ່ງທ້າທາຍອີກຫຼາຍປະການ. ແຕ່ເຖິງຢ່າງໃດກໍ່ຕາມ ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາທ່ານຈະສືບຕໍ່ເອົາໃຈໃສ່ສູ້ຊົນ, ສຸມເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການພັດທະນາວຽກງານຕະຫຼາດທຶນຂອງພວກເຮົາ ໃຫ້ມີປະສິດທິພາບ, ມີຄວາມໜ້າເຊື່ອຖື ແລະ ມີມາດຕະຖານສາກົນ.

ກອງປະຊຸມຂອງຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈຳປີ 2015 ໄດ້ຮັບຟັງການລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມ ຄຄຊ ຄັ້ງທີ III ປະຈໍາປີ 2014 ໂດຍຫຍໍ້ ຊຶ່ງປະກອບມີ: ທົບທວນຄືນສັນຍາຮ່ວມທຶນ ກ່ຽວກັບການສ້າງຕັ້ງຕະຫຼາດຫຼັກຊັບລາວ, ການກໍານົດບັນຊີລາຍຊື່ເປົ້າໝາຍບໍລິສັດຈົດທະບຽນ, ຄວາມຄືບໜ້າໃນການກະກຽມເຂົ້າເປັນສະມາຊິກຂອງ ອົງການຄຸ້ມຄອງຫຼັກຊັບສາກົນ (IOSCO), ການພັດທະນາຕະຫຼາດພັນທະບັດ ແລະ ຮັບຟັງລາຍງານການກະກຽມອອກຈໍາໜ່າຍຮຸ້ນເພີ່ມຂອງບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ການສະເໜີຂໍສ້າງຕັ້ງຫ້ອງການຜູ້ຕາງໜ້າບໍລິສັດຫຼັກຊັບ ປາຊີຟິກ ຢູ່ ສປປ ລາວ. ພ້ອມກັນນີ້ ກໍ່ໄດ້ຄົ້ນຄວ້າ, ພິຈາລະນາຮັບຮອງເອົາລະບຽບຂອງ ຄຄຊ ຈໍານວນ 2 ສະບັບຄື: ລະບຽບວ່າດ້ວຍການຄຸ້ມຄອງຕະ ຫຼາດຫຼັກຊັບ (ສະບັບປັບປຸງ) ແລະ ລະບຽບວ່າດ້ວຍການອອກຈໍາໜ່າຍຮຸ້ນ (ສະບັບປັບປຸງ)

free porn videos free sex videos hindi sex videos desi indian xxx videos German free porn videos arab porn videos Group sex videos 18 years sex Turkish porn videos Amateur porn videos

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.