Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ກລຕ ໄທ ຮ່ວມກັບ ສຳນັກງານ ຄຄຊ ຈັດການຝຶກອົບຮົມຫົວຂໍ້ “ບົດຮຽນໃນການຄຸ້ມຄອງວຽກງານຫລັກຊັບ”
ວັນທີອອກຂ່າວ: 2014-11-20 16:24:32

ເນື້ີອໃນຂ່າວ:

ໃນວັນທີ 11 ພະຈິກ 2014 ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຮ່ວມກັບ ຄະນະກຳມະການກຳກັບ ຫຼັກຊັບ ແລະ ຕະຫຼາດຫຼັກຊັບແຫ່ງປະເທດໄທ (ກລຕ ໄທ) ໄດ້ຈັດການຝຶກອົບຮົມຫົວຂໍ້ “ບົດຮຽນໃນການຄຸ້ມຄອງວຽກງານຫລັກຊັບ” ທີ່ສຳນັກງານ ຄຄຊ ພາຍໃຕ້ການເປັນປະທານ ຂອງ ທ່ານ ນ. ວັດທະນາ ດາລາລອຍ ຫົວໜ້າສຳນັກງານ ຄຄຊ. ຄະນະຈາກ ກລຕ ໄທ ນຳໂດຍ ທ່ານ ນ. ລັດຕະນາ ນຽນສະຫວ່າງ, ຜູ້ຊ່ວຍຫົວໜ້າກົມ ແລະ ພະນັກງານວິຊາການທີ່ມີປະສົບການໃນວຽກງານຫຼັກຊັບຂອງ ກລຕ ໄທ. ພ້ອມນີ້, ຍັງປະກອບດ້ວຍພະນັກງານຈາກສຳນັກງານ ຄຄຊ ແລະ ຕະຫຼາດຫຼັກຊັບລາວ (ຕລຊລ) ເຂົ້າຮ່ວມຝຶກອົບຮົມກວ່າ 30 ທ່ານ. ຈຸດປະສົງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອເສີມສ້າງຄວາມຮູ້ ແລະ ພັດທະນາຄວາມເຂົ້າໃຈຢ່າງເລີກເຊິງກ່ຽວກັບວຽກງານຫລັກຊັບໃຫ້ແກ່ພະນັກງານສໍານັກງານ ຄຄຊ ແລະ ຕລຊລ ເພີ່ມຂຶ້ນຫຼາຍກວ່າເກົ່າ ໂດຍສະເພາະແມ່ນປະສົບການເຮັດວຽກຕົວຈິງ ແລະ ບັນຫາທີ່ເກີດຂຶ້ນໃນຂົງເຂດວຽກງານຫຼັກຊັບຂອງປະເທດໄທ ເພື່ອນໍາມາແລກປ່ຽນກັບພະນັກງານໃນສຳນັກງານ ຄຄຊ ແລະ ຕລຊລ.

ໃນໄລຍະທີ່ຜ່ານ ກລຕ ໄທ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອໃຫ້ແກ່ ສໍານັກງານ ຄຄຊ ຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການກໍ່ສ້າງບຸກຄະລາກອນກໍ່ຄື ການສະໜອງການຝຶກອົບຮົມທັງຢູ່ພາຍໃນ ສປປ ລາວ ແລະ ຢູ່ປະເທດ ໄທ. ຍ້ອນມີການຮ່ວມມືທີ່ດີ ມາຮອດໃນວັນທີ 29 ມິຖຸນາ 2011 ສໍານັກງານ ຄຄຊ ແລະ ກລຕ ໄທ ຈຶ່ງໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຊັ່ນ: ປະກອບຄຳເຫັນໃສ່ກົດໝາຍວ່າດ້ວຍຫລັກຊັບ; ຮັບພະນັກງານສຳນັກງານ ຄຄຊ ໄປຝຶກງານຕົວຈິງ ທີ່ ກລຕ ໄທ; ຂົນຂວາຍ ແຫຼ່ງທຶນການສຶກສາລະດັບປະລິນຍາໂທໃຫ້ແກ່ສຳນັກງານ ຄຄຊ; ສະໜັບສະໜູນຄະນະສຳນັກງານ ຄຄຊ ເຂົ້າຮ່ວມຝຶກອົບຮົມໃນຫລັກສູດຜູ້ບໍລິຫານ ແລະ ການຊ່ວຍເຫຼືອ ອື່ນໆ.

ການຈັດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນໄປເປັນໄລຍະເວລາ 3 ວັນ ແຕ່ວັນທີ 11-13 ພະຈິກ 2014 ເຊິ່ງເປັນການຈັດຝຶກອົບຮົມທີ່ມີຄວາມໝາຍສຳຄັນທີ່ຄະນະຊ່ຽວຊານ ກລຕ ໄທ ໄດ້ມາບັນຍາຍບົດຮຽນໃນການເຮັດວຽກທາງດ້ານການຄຸ້ມຄອງຫຼັກຊັບເຊິ່ງກວມຢູ່ໃນ 6 ຫົວຂໍ້ ຄື: 1). ການທົບທວນບົດລາຍງານການເງິນ, ຜູ້ກວດສອບ ແລະ ບົດລາຍງານປະຈຳປີ, 2). ການອອກຈຳໜ່າຍຮຸ້ນກູ້, 3). ໂຄງສ້າງການເຊື່ອມໂຍງຕະຫຼາດທຶນອາຊຽນ (ກ່ຽວກັບມາດ ຕະຖານການເປີດເຜີຍຂໍ້ມູນ ແລະ ໜັງສືຊວນຊື້), 4). ການກວດກາເອກະສານ, 5). ລະບົບລາຍງານໄອທີ ແລະ 6).ການລົງກວດກາກັບທີ່.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.