Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ບັນດານາຍທະຫານກະຊວງປ້ອງກັນປະເທດ ເຊື່ອມຊຶມວຽກງານຫຼັກຊັບ
ວັນທີອອກຂ່າວ: 2014-10-15 15:21:22

ເນື້ີອໃນຂ່າວ:

ກະຊວງປ້ອງກັນປະເທດ ຮ່ວມກັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” ໃນຕອນເຊົ້າຂອງວັນທີ 26 ກັນຍາ 2014 ທີ່ຜ່ານມາ ທີ່ສະໂມສອນຂອງຫ້ອງການກະ ຊວງປ້ອງກັນປະເທດ ໂດຍການເປັນປະທານ ຂອງ ທ່ານ ພົນຈັດຕະວາ ວໍລະສານ ວິລັດດາວົງ ຄະນະພັກກະຊວງປ້ອງ ກັນປະເທດ, ຫົວໜ້າກົມຈັດຕັ້ງພັກກົມໃຫຍ່ການເມືອງກອງທັບ ແລະ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຮອງຫົວໜ້າ ສຳນັກງານ ຄຄຊ ພ້ອມມີບັນດານາຍທະຫານຂັ້ນນຳພາ-ຂັ້ນບັນຊາການຈາກບັນດາກົມໃຫຍ່, ວິທະຍາຄານ, ເຫຼົ່າຮົບ ແລະ ກົມກອງຕ່າງໆເຂົ້າຮ່ວມທັງໝົດ 94 ທ່ານ.

ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ ໄດ້ນຳສະເໜີບັນດາເນື້ອໃນສຳຄັນໜຶ່ງຂອງ “ກົດໝາຍວ່າດ້ວຍຫຼັກ ຊັບ” ໂດຍສະເພາະແມ່ນເງື່ອນໄຂໃນການອອກຈຳໜ່າຍຫຼັກຊັບເພື່ອລະດົມທຶນ, ການສ້າງຕັ້ງ ແລະ ເຄື່ອນໄຫວຂອງຕະ ຫຼາດຫຼັກຊັບ ແລະ ສະຖາບັນສື່ກາງດ້ານຫຼັກຊັບ, ການແກ້ໄຂຂໍ້ຂັດແຍງ, ການສຶບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການຄຸ້ມຄອງ, ການກວດກາວຽກງານຫຼັກຊັບ ແລະ ບັນຫາອື່ນໆ ທີ່ປິ່ນອ້ອມການຄຸ້ມຄອງວຽກງານຫຼັກຊັບ.

ຜ່ານການເຜີຍແຜ່ ບັນດາພະນັກງານຂັ້ນນຳພາ-ຂັ້ນບັນຊາການ, ພະນັກງານວິຊາການ ພາຍໃນກະຊວງປ້ອງກັນປະເທດ ໄດ້ແລກປ່ຽນຄຳຄິດເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຄາໃຈ ເຊັ່ນ: ການຖືຮຸ້ນຂອງລັດໃນແຕ່ລະບໍລິສັດມີບໍ່, ມີຈັກເປີ ເຊັນ, ຂາຍອອກສື່ມວນຊົນເທົ່າໃດ? ການຊື້-ຂາຍຮຸ້ນ ຂາດທຶນຈະເປັນແນວໃດ? ປະຈຸບັນ ນອກຈາກ 3 ບໍລິສັດແລ້ວ ຍັງມີ ບໍລິສັດໃດອີກ? ລາຄາຮຸ້ນ ແລະ ຈຳນວນຮຸ້ນແມ່ນບໍລິສັດເປັນຜູ້ກຳນົດເອງບໍ່? ຜ່ານມາການຊື້-ຂາຍຮຸ້ນເຄີຍມີບັນຫາ ຫຍັງບໍ່? ການປັນຜົນກຳໄລຮຸ້ນເປັນແນວໃດ? ນອກຈາກນີ້ ຍັງມີຄຳຖາມເຖິງວຽກງານການເງິນເຊັ່ນ: ອັດຕາເງິນເຟີ້ເປັນ ແນວໃດ ແລະ ຄຳຖາມອື່ນໆທີ່ຕິດພັນກັບວຽກງານຫຼັກຊັບ ເຊິ່ງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຮອງຫົວໜ້າສຳນັກ ງານ ຄຄຊ ກໍ່ໄດ້ອະທິບາຍຊີ້ແຈງໃຫ້ບັນດານັກສຳມະນາ ກອນໄດ້ເຂົ້າໃຈ.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຫຼັກຊັບ ຖືວ່າເປັນຄັ້ງທີ່ສອງ ທີ່ໄດ້ສ້າງຄວາມຮັບຮູ້ຄວາມ ເຂົ້າໃຈເບື້ອງຕົ້ນໃຫ້ແກ່ພະນັກງານຂອງກະຊວງປ້ອງກັນປະເທດກ່ຽວກັບວຽກງານຫຼັກຊັບ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.