Tuesday, 16 July 2024

ຂ່າວສານ


ຫົວຂໍ້ຂ່າວ: ຄຄຊ ສສ. ຫວຽດນາມ ຮ່ວມກັບ ຄຄຊ ສປປ ລາວ ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ບົດຮຽນໃນການພັດທະນາຕະຫຼາດທຶນ ຂອງ ສສ.ຫວຽດນາມ”
ວັນທີອອກຂ່າວ: 2014-10-15 15:12:08

ເນື້ີອໃນຂ່າວ:

ໃນວັນທີ 22 ກັນຍາ 2014 ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ສສ.ຫວຽດນາມ ຮ່ວມກັບ ຄຄຊ ສປປ ລາວ ຈັດກອງປະຊຸມສໍາມະນາຂຶ້ນ ໃນຫົວ ຂໍ້ “ບົດຮຽນໃນການພັດທະນາຕະຫຼາດທຶນ ຂອງ ສສ.ຫວຽດນາມ” ທີ່ໂຮງແຮມລ້ານຊ້າງ, ພາຍໃຕ້ການການເປັນປະທານ ຂອງ ທ່ານ ສອນໄຊ ສິດພະໄຊ, ຮອງຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ຄຄຊ ສປປ ລາວ. ພ້ອມນັ້ນ ຍັງມີຄະນະຜູ້ແທນຈາກ ຄຄຊ ສສ.ຫວຽດນາມ ທີ່ນໍາໂດຍ ທ່ານ ດຣ. ຫງຽວນແທັງລອງ (Nguyen Thanh Long) ຮອງປະທານ ຄຄຊ ສສ.ຫວຽດນາມ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມທັງໝົດ 88 ທ່ານ.

ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ໃຫ້ແກ່ພາກສ່ວນກ່ຽວ ຂ້ອງຕ່າງໆ ໂດຍສະເພາະບົດຮຽນໃນການພັດທະນາຕະຫຼາດທຶນຂອງ ສສ. ຫວຽດນາມ ແນໃສ່ຊຸກຍູ້ການປະກອບສ່ວນ ເຂົ້າໃນວຽກງານພັດທະນາຕະຫຼາດທຶນຂອງ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ເພື່ອສືບຕໍ່ຍາດແຍ່ງການຊ່ວຍເຫຼືອຈາກ ຄຄຊ ສສ.ຫວຽດນາມ. ຕັ້ງແຕ່ໄລຍະເລີ່ມກະກຽມສ້າງຕັ້ງຕະຫຼາດຫຼັກຊັບຢູ່ ສປປ ລາວ ເປັນຕົ້ນມາ, ຄຄຊ ສສ.ຫວຽດນາມ ໄດ້ ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ຄຄຊ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍສະເພາະ ແມ່ນການກໍ່ສ້າງບຸກຄະລາກອນ ກໍ່ຄືການສະໜອງການຝຶກອົບຮົມ ທັງຢູ່ພາຍໃນ ສປປ ລາວ ແລະ ສສ.ຫວຽດນາມ. ວັນທີ 19 ສິງຫາ 2011, ຄຄຊ ສປປ ລາວ ແລະ ຄຄຊ ສສ.ຫວຽດນາມ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການແລກປ່ຽນຂໍ້ມູນຂ່າວສານ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຮ່ວມກັນ, ນອກນັ້ນ ຍັງໄດ້ຊຸກຍູ້ບໍລິສັດຫຼັກຊັບຂອງ ສສ.ຫວຽດນາມ ມາສ້າງຕັ້ງບໍລິສັດຫຼັກຊັບ ຮ່ວມທຶນຢູ່ ສປປ ລາວ.

ໃນກອງປະຊຸມສຳມະນາດັ່ງກ່າວ ຄະນະຊ່ຽວຊານຈາກ ຄຄຊ ສສ.ຫວຽດນາມ ໄດ້ຍົກໃຫ້ເຫັນບົດຮຽນໃນການພັດທະນາ ຕະຫຼາດທຶນຂອງ ສສ.ຫວຽດນາມເປັນຕົ້ນ: ການດຶງດູດບໍລິສັດລະດົມທຶນ ດ້ວຍການອອກຈຳໜ່າຍຫຼັກຊັບ ແລະ ຈົດທະ ບຽນໃນຕະຫຼາດຫຼັກຊັບ, ການຄຸ້ມຄອງບໍລິຫານກິດຈະການ, ການສ້າງຕັ້ງ ແລະ ການພັດທະນາຕະຫຼາດພັນທະບັດ, ສູນ ຊຳລະ-ສະສາງ ແລະ ສູນຮັບຝາກຫຼັກຊັບ, ການເຊື່ອມໂຍງກັບຕະຫຼາດທຶນໃນພາກພື້ນ ແລະ ສາກົນ ແລະ ປະສົບການ ຂອງ ສສ.ຫວຽດນາມ ໃນໄລຍະເລີ່ມຕົ້ນຂອງການພັດທະນາຕະຫຼາດທຶນ.

ເນື່ອງໃນໂອກາດມາຈັດສໍາມະນາໃນຄັ້ງນີ້, ຄະນະຜູ້ແທນຂອງ ຄຄຊ ສສ.ຫວຽດນາມ ນໍາໂດຍ ທ່ານ ດຣ. ຫງຽວນແທັງລອງ, ຮອງປະທານ ຄຄຊ ສສ.ຫວຽດນາມ ລວມທັງໝົດ ຈໍານວນ 5 ທ່ານ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ສປປ ລາວ ໃນວັນທີ 23 ກັນຍາ 2014, ເພື່ອເປັນການ ຮັດແໜ້ນຄວາມສາມັກຄີລະຫວ່າງສອງ ຄຄຊ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.