Tuesday, 16 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍາເລັດກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ສໍານັກງານ ຄລຕ ແລະ ຄລຕ ສສ. ຫວຽດນາມ ຄັ້ງທີ 2 ປະຈໍາປີ 2013
ວັນທີອອກຂ່າວ: 2013-11-20 10:05:00

ເນື້ີອໃນຂ່າວ:

ສໍາເລັດການຈັດກອງປະຊຸມຮ່ວມມືສອງຝ່າຍ ຄັ້ງທີ 2 ປະຈໍາປີ 2013 ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກ ຊັບ ແລະ ຕະຫຼາດຫຼັກຊັບລາວ(ສໍານັກງານ ຄລຕ) ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດ ນາມ (ຄລຕ ສສ. ຫວຽດນາມ) ໂດຍການເປັນປະທານຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຮອງຫົວໜ້າສໍານັກ ງານ ຄລຕ ແລະ ທ່ານ ນ. Nguyen Thi Lien Hoa ຮອງປະທານ ຄລຕ ສສ. ຫວຽດນາມ ໃນວັນທີ 24 ຕຸລາ 2013 ທີ່ຕຶກສໍານັກງານ ຄຄຊ, ນະຄອນຫຼວງວຽງຈັນ.

ກອງປະຊຸມໄດ້ດໍາເນີນໄປເປັນໄລຍະເວລາເຄີ່ງວັນເຕັມ, ການປຶກສາຫາລື ເປັນໄປຢ່າງຟົດຟື້ນ ແລະ ເປັນກັນເອງ, ທັງສອງ ຝ່າຍໄດ້ສະຫຼຸບ ແລະ ຕີລາຄາສູງຜົນຂອງວຽກງານການຮ່ວມມືສອງຝ່າຍ ໃນປີ 2013 ທີ່ໄດ້ເຮັດສໍາເລັດຮ່ວມກັນ ຊື່ງປະກອບ ມີສອງວຽກງານຫຼັກ ຄື: (1) ສໍາເລັດການຈັດໂຄງການຝຶກອົບຮົມນັກວິຊາຊີບທຸລະກິດຫຼັກຊັບ ຢູ່ນະຄອນຫຼວງວຽງຈັນ; (2) ສໍາ ເລັດການປະກອບຄໍາເຫັນໃສ່ ຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນ 2013-2020 ຂອງສໍານັກງານ ຄລຕ ຢູ່ນະ ຄອນຫຼວງວຽງຈັນ. ພ້ອມນີ້, ທັງສອງອົງກອນ ໄດ້ປຶກສາຫາລື ແລະ ເຫັນເປັນ ເອກະພາບກັນ ໃຫ້ມີການສ້າງສາຍສໍາພັນ ແລະ ຮ່ວມມືຍາວນານ ລະຫວ່າງສອງອົງກອນ, ຊື່ງໄດ້ຕົກລົງເຫັນດີຂຶ້ນແຜນ ການຮ່ວມມືຕໍ່ໜ້າ ໃນປີ 2014 ໃນຫຼາຍໜ້າ ວຽກ ທັງນີ້ ການຈັດຕັ້ງປະຕິບັດໃນແຕ່ລະໜ້າວຽກ ແມ່ນອີງຕາມຄວາມ ເໝາະສົມ ແລະ ຄວາມຈໍາເປັນ ໃນແຕ່ລະໄລຍະ.

ກອງປະຊຸມໄດ້ສໍາເລັດລົງຢ່າງຈົບງາມ ທ່າມກາງຄວາມເປັນເອກະພາບ ແລະ ເພີ່ງພໍໃຈທັງສອງຝ່າຍ, ດັ່ງທີ່ຮູ້ ກັນແລ້ວວ່າ ການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ແມ່ນມີປະຫວັດສາດ ແລະ ສາຍສໍາພັນຮັກແພງກັນ ມາຍາວນານ ຈົນມາຮອດປະຈຸບັນ, ລັດຖະບານລາວ ເຫັນໄດ້ຄວາມສໍາຄັນຂອງວຽກງານຫຼັກຊັບ ທີ່ມີຜົນໃນການພັດທະນາ ແລະ ຂະຫຍາຍຕົວຂອງເສດຖະກິດ ປະເທດຊາດ ໂດຍການເປັນເຈົ້າການຂອງ ສຄລຕ ໃນການເລີ່ມສ້າງສາຍພົວພັນດ້ານ ວຽກງານຫຼັກຊັບ ກັບ ຄລຕ ສສ. ຫວຽດນາມ ຕັ້ງແຕ່ປີ 2008 ແລະ ໄດ້ມີການເຊັນ ບົດບັກທຶກຊ່ວຍຈໍາສອງຝ່າຍ (MMOU) ໃນປີ 2011 ເພື່ອເລີ່ມຕົ້ນການຊ່ວຍເຫຼືອຮ່ວມມືຢ່າງເປັນທາງການ ໂດຍສຸມໃສ່ວຽກງານການພັດທະນາບຸກຄະລາກອນໃນ ວຽກງານຫຼັກຊັບ ແລະ ການພັດທະນາຕະຫຼາດທຶນ ຂອງທັງສອງປະເທດ ໃຫ້ຂະຫຍາຍຕົວຢ່າງຍືນຍົງ ແລະ ທັນກັບສາກົນ. ມາຮອດປະຈຸບັນ, ທັງສອງຝ່າຍ ໄດ້ສໍາເລັດການພົວພັນຮ່ວມມື ກັນຫຼາຍໜ້າວຽກຢ່າງເປັນຮູບປະທໍາ ເປັນຕົ້ນ ແມ່ນການສົ່ງ ເສີມການພັດທະນາບຸກຄະລາກອນທັງສອງອົງກອນ ໂດຍ ການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນ ເນື່ອງຈາກ ສປປ ລາວ ແລະ ສສ.​ ຫວຽດນາມ ມີສະພາບ ເສດຖະກິດ ແລະ ການປົກຄອງທີ່ໃກ້ຄຽງກັນ ການພັດທະນາກໍ່ສາມາດນໍາມາ ປັບ ແລະ ໝູນໃຊ້ ໃຫ້ເຂົ້າກັບສະພາບ ຂອງ ສປປ ລາວ ໄດ້ຢ່າງມີປະສິດທິພາບ, ວຽກງານຫຼັກຊັບ ກໍ່ເປັນວຽກງານບູລິມະ ສິດໜື່ງ ໃນແຜນການພັດທະນາ ຂອງລັດຖະບານ ຊຶ່ງ ສຄຄຊ ເອງ ແມ່ນໄດ້ມີການວາງແຜນ ແລະ ປັບປຸງບາງໜ້າວຽກ ໃຫ້ມີຄວາມແທດເໝາະ ແລະ ພັດທະນາເປັນກ້າວໆ ເພື່ອໃຫ້ບັນລຸເປົ້າໝາຍຂອງລັດຖະບານລາວ ແລະ ທັງໃຫ້ສອດຄ່ອງກັບ ທ່າອ່ຽງການພັດທະນາ ຕະຫຼາດທຶນ ໃນໂລກ ອີກດ້ວຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.