Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ເຂົ້າຮ່ວມຝຶກອົບຮົມວຽກງານຫຼັກຊັບ ຢູ່ ປະເທດໄທ
ວັນທີອອກຂ່າວ: 2013-11-20 09:48:18

ເນື້ີອໃນຂ່າວ:

ພະນັກງານ ທະນາຄານແຫ່ງ ສປປ ລາວ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ຕະຫຼາດ ຫຼັກຊັບລາວ, ແລະ ກະຊວງການເງິນ ສໍາເລັດການເຂົ້າຮ່ວມຝຶກອົບຮົມ 5 ຫົວຂໍ້ ຮ່ວມກັບ ຄະນະກໍາມະການຄຸ້ມຄອງ ຫຼັກຊັບ ກໍາປູເຈຍ ຢູ່ ຕຶກຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດໄທ (ກລຕ ໄທ) ທີ່ບາງກອກ, ປະ ເທດໄທ.

ຫົວຂໍ້ການຝຶກອົບຮົມປະກອບມີ: (1) ມາດຕະຖານການບັນຊີ ແລະ ເອກະສານທາງການເງິນ (Financial Statement and Financial Accounting Standards), (2) ການອອກຫຼັກຊັບຄັ້ງທໍາອິດ (IPO: Initial Public Officering), (3) ການ ກວດກາ ແລະ ການປະຕິບັດມາດຕະການ (Surveillance and Enforcement), (4) ການກວດສອບ (Inspection), (5) ກອງທຶນຮ່ວມ (CIS: Collective Investment Scheme). ການຝຶກອົບຮົມໃຊ້ເວລາ 1 ອາທິດ ໃນແຕ່ລະຫົວຂໍ້, ແຕ່ ລະຫົວຂໍ້ ແມ່ນມີຄວາມໝາຍ ຄວາມສໍາຄັນ ຕິດພັນກັບວຽກງານຫຼັກຊັບ ແລະ ເປັນຫົວຂໍ້ທີ່ຕິດພັນກັບໜ້າວຽກທີ່ມີຄວາມຮີບ ຮ້ອນໃນການຈັດຕັ້ງປະຕິບັດ ໃຫ້ບັນ ລຸຜົນຕາມຄາດໝາຍທີ່ວາງໄວ້. ການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຖືວ່າປະສົບຜົນສໍາເລັດ ໃນລະດັບທີ່ໜ້າເພີ່ງພໍໃຈ ສາມາດແກ້ໄຂຂໍ້ຄ້ອງໃຈໄດ້ໃນຫຼາຍບັນຫາ, ປະສົບການທີ່ໄດ້ຮັບ ສາມາດນໍາມາໝູນໃຊ້ໃນ ສປປ ລາວ ໄດ້ຢ່າງແທດ ເໝາະ, ສຄຄຊ ຍັງມີແຜນຈະສືບຕໍ່ເຂົ້າຮ່ວມການຝຶກອົບຮົມໃນລັກສະນະນີ້ ໃນອີກຕໍ່ໜ້າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.