Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ຄັ້ງທີ II ປະຈໍາປີ 2013.
ວັນທີອອກຂ່າວ: 2013-11-19 16:29:55

ເນື້ີອໃນຂ່າວ:

ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ລາວ (ຄລຕ) ຄັ້ງ ທີ II ປະຈໍາປີ 2013 ໄດ້ສໍາເລັດລົງ ດ້ວຍໝາກຜົນອົນຈົບງາມໃນຕອນທ່ຽງຂອງວັນທີ 26 ມິຖຸນາ ຜ່ານມາ ເຊິ່ງໄດ້ດໍາເນີນມາເປັນເວລາເຄິ່ງວັນ ທີ່ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານເສດຖະກິດ, ​ວິທະຍາສາດ ແລະ ເຕັກໂນໂລຊີ, ປະ ທານ ຄລຕ, ພ້ອມນີ້ ກໍ່ມີບັນດາຮອງປະທານ ຄະນະກໍາມະການ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກກະຊວງ ແລະ ລັດວິສາຫະ ກິດຕ່າງໆເຂົ້າຮ່ວມ.

ກອງປະຊຸມ ຄລຕ ໃນຄັ້ງນີ້ ໄດ້ມີການຄົ້ນຄວ້າ, ພິຈາລະນາ ແລະ ຄັດເລືອກເອົາບັນດາບໍລິສັດເປົ້າໝາຍອອກຈໍາໜ່າຍຮຸ້ນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ເຊິ່ງມີລັດວິສາຫະກິດ ແລະ ບັນດາບໍລິສັດຈໍານວນໜຶ່ງ, ກະກຽມນໍາໃຊ້ມາດຖານສາ ກົນດ້ານການລາຍງານການເງິນ(IFRS) ສໍາລັບການຈົດທະບຽນ, ​ພ້ອມນີ້ກໍ່ໄດ້ມີການພິຈາລະນາ ແລະ ຄັດເລືອກເອົາການສ້າງ ຕັ້ງບໍລິສັດຫຼັກຊັບໃໝ່, ວຽກງານກ່ຽວກັບຕະຫຼາດຫຼັກຊັບລາວ ໂດຍໄດ້ຄົ້ນຄວ້າການນໍາໃຊ້ລະຫັດຫຼັກຊັບສາກົນ, ງົບປະມານ ຕະຫຼາດຫຼັກຊັບລາວ ແລະ ອື່ນໆ. ກອງປະຊຸມຍັງໄດ້ຜ່ານລະບຽບວ່າດ້ວຍການໂອນຮຸ້ນຈົດທະບຽນຢູ່ໃນຕະຫຼາດຫຼັກຊັບລາວ, ​ລາຍງານຄວາມຄືບໜ້າກ່ຽວກັບແຜນຍຸດທະສາດການພັດທະນາຕະຫຼາດທຶນຮອດປີ 2020.

ໃນໂອກາດດັ່ງກ່າວທ່ານປະທານ ຄລຕ ໄດ້ກ່າວວ່າ: ​ພາຍຫຼັງກົດໝາຍວ່າດ້ວຍຫຼັກຊັບໄດ້ຖືກຮັບຮອງຈາກສະພາແຫ່ງຊາດໃນ ທ້າຍປີ 2012 ແລະ ປະທານປະເທດແຫ່ງ ສປປ ລາວ ໄດ້ອອກລັດຖະດໍາລັດ ສະບັບ ເລກທີ 027/ປປທ ລົງ ວັນທີ 17 ມັງກອນ 2013 ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍຫຼັກຊັບ ຊຶ່ງຖືວ່າເປັນບາດກ້າວເລີ່ມຕົ້ນ ໃນການພັດທະນາຕະຫຼາດ ທຶນຂອງ ສປປ ລາວ, ຄລຕ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ສຸມໃສ່ປັບປຸງ ແລະ ສ້າງບັນດາລະບຽບການເພື່ອຄຸ້ມຄອງ ແລະ ພັດທະນາວຽກງານຫຼັກຊັບໃຫ້ຮັດກຸມ ແລະທັນສະພາບການ ລວມທັງໄດ້ຄົ້ນຄວ້າປຶກສາຫາລືເພື່ອກະກຽມເປົ້າໝາຍເຂົ້າຈົດ ທະບຽນ ແນໃສ່ພັດທະນາໃຫ້ຕະຫຼາດທຶນມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນກວ່າເກົ່າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.