Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍານັກງານ ຄລຕ ຮ່ວມກັບ ຄລຕ ຂອງ ປະເທດມາເລເຊຍ ຈັດສໍາມະນາເຜີຍແຜ່ວຽກງານຫຼັກຊັບ ຢູ່ນະຄອນຫຼວງວຽງຈັນ
ວັນທີອອກຂ່າວ: 2013-04-30 11:29:44

ເນື້ີອໃນຂ່າວ:

ໂດຍການຮ່ວມມືລະຫວ່າງ ສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ສປປ ລາວ ແລະ ປະເທດມາເລເຊຍ, ໃນວັນທີ 19 ມີນາ 2013 ຜ່ານມາ ທີ່ຕຶກຕະຫຼາດຫຼັກຊັບລາວ, ນະຄອນຫຼວງວຽງຈັນ ໄດ້ຈັດການສໍາມະນາເຜີຍແຜ່ໃນຫົວຂໍ້ “ການຂະຫຍາຍຕົວ ແລະ ການພັດທະນາຕະຫຼາດທຶນ” ຂຶ້ນ ເຊິ່ງມີຜູ້ເຂົ້າຮ່ວມຈາກສໍານັກງານ ຄລຕ, ທະນາຄານ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງທັງໝົດ ຈໍານວນ 60 ຄົນ. ການສໍາມະນາດັ່ງກ່າວ ໄດ້ເນັ້ນໜັກໃສ່ປະຫວັດຄວາມເປັນມາ ແລະ ການພັດທະນາຕະຫຼາດທຶນຂອງປະເທດມາເລເຊຍ ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນຂອງການພັດທະນາຕະຫຼາດທຶນຕໍ່ເສດຖະກິດຫຼາຍຂຶ້ນຕື່ມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.