Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ຄັ້ງທີ I ປະຈໍາປີ 2013
ວັນທີອອກຂ່າວ: 2013-04-30 11:23:15

ເນື້ີອໃນຂ່າວ:

ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ(ຄລຕ)ຄັ້ງທີ 1 ປະຈໍາປີ 2013 ໄດ້ສໍາເລັດລົງດ້ວຍ ໝາກຜົນອັນຈົບງາມ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາ ວຽກງານເສດຖະກິດ, ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ພ້ອມນີ້ ກໍມີການເຂົ້າ ຮ່ວມຂອງບັນ ດາຮອງປະທານ, ຄະນະກໍາມະການ ແລະ ຄະນະນໍາລະດັບສູງຈາກພາກ ສ່ວນທີ່ກ່ຽວຂ້ອງ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ພິຈາລະ ນາ ແລະຮັບຮອງເອົາຫຼາຍບັນຫາທີ່ສໍາຄັນຂອງວຽກງານຄຸ້ມຄອງຫຼັກຊັບ ແລະຕະຫຼາດຫຼັກຊັບ ເຊິ່ງໄດ້ສໍາເລັດ ລົງໃນວັນທີ 18 ມີນາ ຜ່ານມາທີ່ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ ແລະໃຊ້ເວລາປະຊຸມເຄິ່ງມື້.

ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ຄັ້ງປະຖົມມະລຶກປະຈໍາປີນີ້ໄດ້ມີຄວາມເຫັນ ເປັນເອກະ ພາບໃນການພິຈາລະນານະໂຍບາຍຕໍ່ບໍລິສັດຈົດທະບຽນ ແລະ ການຈົດທະບຽນຂອງບໍລິສັດ ກຸ່ມເປົ້າໝາຍທັງ 6 ບໍ ລິສັດ,​ ພ້ອມທັງມີຄໍາເຫັນ ແລະ ຮັບຮອງເອົາລະບຽບຂອງຄະນະກໍາມະການຄຸ້ມຄອງຫຼັກຊັບ(ຄຄຊ) ຈໍານວນ 4 ສະບັບ,​ ພ້ອມກັນ ນັ້ນ ກໍ່ໄດ້ເປັນເອກະພາບຕໍ່ແຜນງົບປະມານປີ 2013 ຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ສຄລຕ) ລວມທັງ ໂຄງການຊື້-ຂາຍຮຸ້ນຜ່ານລະບົບອິນເຕີເນັດຂອງຕະຫຼາດຫຼັກຊັບລາວ.

        

ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະຕະຫຼາດ ຫຼັກຊັບ ໃຫ້ທິດຊີ້ນໍາ ແລະ ມີຄໍາ ເຫັນວ່າ: ​ໃນປີ 2012 ຜ່ານມານີ້ ພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຄຸ້ມຄອງຫຼັກຊັບ ແລະຕະ ຫຼາດຫຼັກຊັບຢ່າງຕັ້ງໜ້າ, ໃນນັ້ນ ຜົນສໍາເລັດອັນພົ້ນເດັ່ນແມ່ນໄດ້ສໍາເລັດກົດໝາຍວ່າດ້ວຍຫຼັກຊັບ ຊຶ່ງກໍ່ໄດ້ຖືກຮັບຮອງຈາກສະ ພາແຫ່ງຊາດ ແລະ ກໍາລັງລໍຖ້າປະທານປະເທດປະກາດໃຊ້ຢ່າງເປັນທາງການ, ແຕ່ເຖິງຢ່າງໃດກໍ່ດີ ຜົນສໍາເລັດດັ່ງກ່າວກໍເປັນ ພຽງບາດກ້າວເລີ່ມຕົ້ນໃນການ ພັດທະນາຕະຫຼາດທຶນເທົ່ານັ້ນ ໃນໄລຍະຕໍ່ໜ້າຍັງຈະຕ້ອງໄດ້ສືບຕໍ່ບຸກທະລຸອີກຫຼາຍບັນຫາທີ່ຍັງ ເປັນຂໍ້ຄົງຄ້າງ ເພື່ອພັດທະນາໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.