Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ) ຄັ້ງທີ VI
ວັນທີອອກຂ່າວ: 2012-01-25 21:22:53

ເນື້ີອໃນຂ່າວ:

ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ) ຄັ້ງທີ VI ໄດ້ຈັດຂື້ນໃນເວລາ 8:30 ໂມງ ຂອງວັນທີ 09 ພະຈິກ 2010, ທີ່ຫ້ອງປະຊຸມໃຫ່ຍຊັ້ນ 4 ທະນາຄານ ແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາ ຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະທານ ຄລຕ. ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ: ບັນດາທ່ານຮອງປະທານ, ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ, ຄະນະປະສານງານ ຄລຕ, ສຳນັກງານ ຄລຕ, ຕະຫຼາດຫຼັກຊັບລາວ, ທະນາຄານການຄ້າຕ່າງປະເທດລາວ, ລັດວິສາຫະກິດໄຟຟ້າລາວ, ຈຳນວນທັງໜົດ 41 ທ່ານ.

 

ກອງ​ປະຊຸມ​ໃນ​ຄັ້ງນີ້​ໄດ້​ຮັບ​ຟັງ​ການ​ລາຍ​ງານ ​ແລະ ປຶກສາ​ຫາລື ວຽກ​ງານ​ຕົ້ນຕໍ ຄື:

  1. ລາຍ​ງານ​ການ​ກະກຽມ​ການ​ອອກ​ຮຸ້ນ ​ແລະ ຈົດ​ຖະບຽນ​ຂອງ​ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ລາວ; 
  2. ລາຍ​ງານການ​ກະກຽມ​ການ​ອອກ​ຮຸ້ນ ​ແລະ ຈົດ​ຖະບຽນ ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ; 
  3. ຂໍ້​ຕົກລົງ​ວ່າ​ດ້ວຍ​ລະບຽບ​ການ​ຄຸ້ມ​ຄອງ ​ແລະ ຂໍ້​ຕົກລົງ​ວ່າ​ດ້ວຍ​ລະບຽບ​ການ​ບັນຊີ ​ແລະ ການກວດສອບ​ກ່ຽວ​ກັບ​ວຽກ​ງານ​ຫຼັກ​ຊັບ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.