Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ເປີດຕະຫຼາດຫຼັກຊັບລາວ ຢ່າງເປັນທາງການ
ວັນທີອອກຂ່າວ: 2012-01-25 20:29:33

ເນື້ີອໃນຂ່າວ:

ການກຳເນີດຂອງຕະຫຼາດຫຼັກຊັບລາວ ເຊິ່ງເປັນຕະຫຼາດທຶນແຫ່ງທຳອິດຂອງ ສປປ ລາວ ແລະ ມັນຈະນຳມາເຖິງແຫຼ່ງທຶນອັນ ຫຼວງຫຼາຍເພື່ອພັດທະນາປະເທດຊາດຮ່ວມກັບຕະຫຼາດເງິນທີ່ມີມາເກືອບເຄິ່ງສະຕະວັດວັນທີ 10 ຕຸລາ 2010 ໄດ້ເປີດຕະຫຼາດ ຫຼັກຊັບ ຢ່າງເປັນທາງການ ເຊິ່ງຕັ້ງຢູ່ບ້ານໂພນທັນເໜືອ ເມືອງໄຊເຊດຖານະ ຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ປະທານຄະນະກຳມະການຄຸ້ມຄອງ ຫຼັກຊັບ ແລະ ຕະຫຼາດຫຼັກຊັບ (ຄລຕ) ພ້ອມນີ້ ກໍມີທ່ານອຳນວຍການທະນາຄານ ແຫ່ງ ສປປ ລາວ ບັນດາ ລັດຖະມົນຕີວ່າ ການ ທູຕານຸທູດຜູ້ບໍລິຫານລະດັບສູງຈາກຕະຫຼາດຫຼັກຊັບ ສ.ສ ຫວຽດນາມ ສປ ຈີນ ສ.ເກົາຫຼີ ໄທ ຜູ້ຮ່ວມທຶນຈາກຕະຫຼາດ ຫຼັກຊັບ ສ.ເກົາຫຼີ ແລະ ພາກສ່ວນກ່ຽວຂ້ອງ.

ທ່ານ ເດດພູວົງ ມູລຣັຕ ປະທານຕະຫຼາດຫຼັກຊັບລາວ ໄດ້ລາຍງານສະພາບ ແລະ ຄວາມເປັນມາຂອງ ການກະກຽມສ້າງຕັ້ງ ຕະຫຼາດຫຼັກຊັບ ໂດຍເກີດໝໍ່ແໜງແຕ່ປີ 1997 ຈາກນັ້ນສະພາແຫ່ງຊາດ ກໍໄດ້ຮັບ ຮອງເອົາແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງລັດ ຄັ້ງທີ VI ປະຈຳສົກປີ 2006-2010 ເຊິ່ງໜຶ່ງໃນ ນີ້ກໍໄດ້ກຳນົດແຜນສ້າງຕັ້ງຕະຫຼາດຫຼັກຊັບຢູ່ ສປປ ລາວ ໃນ ທ້າຍປີ 2010 ລັດຖະບານໄດ້ມອບໃຫ້ ທະນາຄານ ແຫ່ງ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດ ແລະ ກໍໄດ້ແຕ່ງຕັ້ງຄະນະ ຮັບຜິດຊອບກະ ກຽມ ສ້າງຕັ້ງຕະຫຼາດຫຼັກຊັບ ໂດຍໃຫ້ສອດຄ່ອງກັບຄວາມເປັນຈິງຕາມແຕ່ລະໄລຍະພ້ອມນັ້ນ ກໍໄດ້ເຄື່ອນ ໄຫວສຶກສາ-ຄົ້ນຄ້ວາ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ມີ ການພົວພັນ-ຮ່ວມມືກັບຕະຫຼາດຫຼັກ ຊັບຂອງຫຼາຍປະເທດ ມາຮອດທ້າຍເດືອນ 7 ປີກາຍນີ້ກໍໄດ້ເຊັນສັນຍາຮ່ວມທຶນ ໂດຍແມ່ນທະນາຄານ ແຫ່ງ ສປປ ລາວ ຖືຫຸ້ນ 51% ແລະ ຕະຫຼາດຫຼັກຊັບເກົາຫຼີ ຖືຫຸ້ນ 49% ສ່ວນການຊື້-ຂາຍຢູ່ຕະຫຼາດ ຫຼັກຊັບຈະເລີ່ມຂຶ້ນວັນທີ 11 ມັງກອນ 2011 ເປັນຕົ້ນໄປ.

ທ່ານປະທານຕະຫຼາດຫຼັກຊັບລາວ ເນັ້ນຕື່ມວ່າ: ວັນທີ 24 ພຶດສະພາຂອງປີນີ້ ດຳລັດວ່າດ້ວຍຫຼັກຊັບ ແລະ ຕະຫຼາດຫຼັກຊັບ ໄດ້ຖືກປະກາດໃຊ້ ແລະ ໃນກາງເດືອນເມສາ ຂອງປີດຽວກັນ ກໍໄດ້ມີການແຕ່ງຕັ້ງ ຮັກສາການສຳນັກງານ ຄະນະກຳມະ ການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ເພື່ອຄຸ້ມຄອງດ້ານມະຫາພາກ ແລະ ໃນດ້ານຈຸລະພາກ ແມ່ນປະຕິບັດ ພາລະບົດບາດ-ໜ້າທີ່ສ້າງຕັ້ງຕະຫຼາດຫຼັກຊັບ ໃນວັນທີ 17 ກັນຍາ 2010 ໄດ້ເຊັນສັນຍາສ້າງຕັ້ງບໍລິສັດຫຸ້ນສ່ວນ ຈຳກັດ ມີຊື່ວ່າ: "ຕະຫຼາດຫຼັກຊັບ ລາວ".

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ປະທານ ຄລຕ ໄດ້ຢືນຢັນວ່າຈຸດປະສົງຂອງການ ສ້າງຕັ້ງຕະຫຼາດ ຫຼັກຊັບ ກໍເພື່ອລະດົມທຶນໄລຍະຍາວໃຫ້ແກ່ບັນ ດາບໍລິສັດ ເພື່ອຈະໄດ້ມີທຶນຮອນໄລຍະຍາວ ແລະ ເປັນການສະໜັບສະ ໜູນເຮັດໃຫ້ຕະຫຼາດການເງິນໃນ ສປປ ລາວ ມີຄວາມສົມບູນຍິ່ງຂຶ້ນໃນ ຕະຫຼາດເງິນ ສ່ວນຫຼາຍກໍ ແມ່ນບັນດາທະນາ ຄານທຸລະກິດເປັນຈຳນວນຫຼາຍ ເຊິ່ງເຮັດໜ້າທີ່ລະດົມທຶນ ແລະ ປ່ອຍກູ້ໄລຍະສັ້ນ ສະນັ້ນ ລັດຖະບານລາວ ຈິ່ງເຫັນວ່າ ຈະພັດທະນາເສດຖະກິດຂອງ ປະເທດໃຫ້ມີການຂະຫຍາຍຕົວຢ່າງຍືນຍົງ ນັ້ນແມ່ນມີຄວາມຈຳເປັນຕ້ອງໄດ້ມີການປະກອບສ່ວນ ຂອງຕະຫຼາດທຶນ ໃນການຈັດຫາເງິນທຶນໄລຍະຍາວມາສະໜອງໃຫ້ແກ່ ການກໍ່ສ້າງພື້ນຖານຂອງບັນດາບໍລິສັດ ທີ່ມີຄວາມ ຕ້ອງການໃນການພັດທະນາ ແລະ ຂະຫຍາຍກິດຈະການທາງດ້ານການຜະລິດ ແລະ ບໍລິການຢ່າງໝັ້ນຄົງ.

free porn videos free sex videos hindi sex videos desi indian xxx videos German free porn videos arab porn videos Group sex videos 18 years sex Turkish porn videos Amateur porn videos

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.