Monday, 29 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄະນະກໍາມະການຕະຫຼາດທຶນອາຊຽນ (ASEAN Capital Market Forum: ACMF) ຄັ້ງທີ 40 ທີ່ ນະຄອນຫຼວງພະບາງ, ສປປ ລາວ
ວັນທີອອກຂ່າວ: 2024-03-26 13:37:14

ເນື້ີອໃນຂ່າວ:

ໃນວັນທີ 15 ມີນາ 2024 ທີ່ ນະຄອນຫຼວງພະບາງ, ສປປ ລາວ, ກອງປະຊຸມຄະນະກໍາມະການຕະຫຼາດທຶນອາຊຽນ (ASEAN Capital Market Forum: ACMF) ຄັ້ງທີ 40 ໄດ້ໄຂຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານອາຊຽນ 2024 ຂອງ ສປປ ລາວ ພ້ອມນີ້ ປີ 2024 ກໍ່ເປັນປີຄົບຮອບ 20 ປີ ຂອງການສ້າງຕັ້ງ ACMF . ກອງປະຊຸມຄັ້ງນີ້ ເປັນປະທານໂດຍ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ສປປ ລາວ ໃນນາມປະທານ ACMF ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ມາເລເຊຍ ໃນນາມຮອງປະທານ ACMF ພ້ອມນັ້ນ ກໍມີຜູ້ເຂົ້າຮ່ວມຈາກບັນດາ 10 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ (ASEC: ASEAN Secretariat), ທະນາຄານພັດທະນາອາຊີ (ADB: Asia Development Bank) ແລະ ສະຖາບັນການເງິນຍືນຍົງອາຊຽນ (SFIA: Sustainable Finance Institute Asia). ກອງປະຊຸມ ໄດ້ຮັບຟັງການລາຍງານ, ປຶກສາຫາລື ແລະ ມີມະຕິຕົກລົງຮັບຮອງເອົາຫຼາຍບັນຫາ ຕິດພັນກັບວຽກງານຂອງແຕ່ລະໜ່ວຍງານຄົ້ນຄວ້າ ໃນຂອບ ACMF ເປັນຕົ້ນແມ່ນ

ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຕາມ ACMF Roadmap ໃນການພັດທະນາຕະຫຼາດທຶນແບບຍືນຍົງຂອງອາຊຽນ ປີ 2020-2025 ຂອງໜ່ວຍງານຄົ້ນຄວ້າການເງິນຍືນຍົງ ທີ່ຄາດວ່າໃນປີ 2024 ຈະມີຜົນສໍາເລັດ 90% ຕາມແຜນການເຄື່ອນໄຫວວຽກງານທີ່ວາງໄວ້. ພ້ອມດຽວກັນນີ້, ກໍ່ຄາດວ່າຈະເລີ່ມປະເມີນແຜນປະຕິບັດງານ (ACMF Action Plan) ປີ 2021-2025 ແລະ ການພັດທະນາແຜນ ປະຕິບັດງານດັ່ງກ່າວ ປີ 2026-2030. ນອກນີ້, ພາຍໃຕ້ ມາດຕະຖານພັນທະບັດສີຂຽວ, ສັງຄົມ, ແລະ ຍືນຍົງຂອງອາຊຽນ ທີ່ໄດ້ກໍານົດ ໃນປີ 2017 ແລະ 2018 ກໍ່ໄດ້ມີການອອກພັນທະບັດດັ່ງກ່າວ ມູນຄ່າ 47,46 ຕື້ໂດລາສະຫະລັດ (ຂໍ້ມູນໃນວັນທີ 12 ກຸມພາ 2024);

ລາຍງານຄວາມຄືບໜ້າການພັດທະນາການຈັດໝວດກິດຈະກໍາສີຂຽວຂອງອາຊຽນ (ASEAN Taxonomy) ເພື່ອການເງິນຍືນຍົງ ແມ່ນໄດ້ຮັບຜົນຕອບຮັບໃນທາງບວກຈາກການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ສໍາລັບສະບັບທີ 2 ພ້ອມດຽວກັນນີ້, ທີ່ປະຊຸມກໍ່ເຫັນດີໃຫ້ມີການສືບຕໍ່ວຽກງານຂອງຄະນະກໍາມະການຄົ້ນຄວ້າການຈັດໝວດກິດຈະກໍາສີຂຽວຂອງອາຊຽນ (ATB: ASEAN Taxonomy Board) ລວມທັງ ການພັດທະນາ ASEAN Taxonomy ສະບັບທີ 3. ພ້ອມທັງ ເຫັນດີແຕ່ງຕັ້ງ ທະນາຄານກາງບຣູໄນ (BDCB) ແລະ ຄະນະກຳມະການຫຼັກຊັບ ມາເລເຊຍ (SCM) ເປັນຜູ້ຕາງໜ້າຂອງ ACMF ເພື່ອປະກອບເຂົ້າເປັນສະມາຊິກຂອງ ATB ໃນວັນທີ 31 ມີນາ 2024 – 30 ມີນາ 2026;

ລາຍງານຄວາມຄືບໜ້າຂອງການພັດທະນາບົດແນະນໍາການເງິນໃນໄລຍະຂ້າມຜ່ານຂອງອາຊຽນ (ASEAN Transition Finance Guidance) ທີ່ປະຊຸມໄດ້ຮັບຮອງເອົາການດໍາເນີນການປຶກສາຫາລືກັບບັນດາ ພາກສ່ວນກ່ຽວຂ້ອງ ຕໍ່ກັບບົດແນະນຳການເງິນໄລຍະຂ້າມຜ່ານຂອງອາຊຽນ ສະບັບທີ 1 ພ້ອມທັງ ເຫັນດີສືບຕໍ່ພັດທະນາບົດແນະນໍາການເງິນໄລຍະຂ້າມຜ່ານຂອງອາຊຽນ ສະບັບທີ 2 ໃນປີ 2024;

ສືບຕໍ່ຮ່ວມມືຢ່າງຕໍ່ເນື່ອງກັບ IFRS (International Financial Reporting Standards) ກໍ່ຄື ຄະນະກໍາມະການມາດຕະຖານຄວາມຍືນຍົງສາກົນ (ISSB: International Sustainability Standards Board) ໃນການສົ່ງເສີມການລາຍງານຂໍ້ມູນກ່ຽວກັບຄວາມຍືນຍົງໃນພາກພື້ນ ແລະ ທີ່ປະຊຸມໄດ້ຮັບຮອງເອົາແຜນວຽກ ປະຈໍາປີ 2024 ເພື່ອສ້າງຄວາມອາດສາມາດໃນການລາຍງານຂໍ້ມູນກ່ຽວກັບຄວາມຍືນຍົງ ນອກນີ້ ກໍ່ໄດ້ຮັບຊາບຕໍ່ການສ້າງ Sustainability Innovation Lab ທີ່ ISSB ແລະ Global Reporting Initiative (GRI) ໄດ້ເຮັດວຽກຮ່ວມກັນ ເພື່ອສ້າງຄວາມອາດສາມາດໃຫ້ແກ່ພາກພື້ນ ໃນການລາຍງານຂໍ້ມູນກ່ຽວກັບຄວາມຍືນຍົງ ໂດຍສະເພາະແມ່ນ ບໍລິສັດທີ່ມີການລາຍງານໃຫ້ຫຼາຍພາກສ່ວນ;

ຮັບຮອງການພັດທະນາບົດແນະນຳກ່ຽວກັບຂໍ້ກຳນົດໃນການເປີດເຜີຍຂໍ້ມູນ ສໍາລັບການອອກຈໍາໜ່າຍ ແລະ ຈົດທະບຽນຫຼັກຊັບຂ້າມແດນຂອງອາຊຽນ;

ສືບຕໍ່ຂໍ້ລິເລີ່ມໃນການສ້າງຄວາມອາດສາມາດ ແລະ ຊຸກຍູ້ການຮ່ວມມື ໂດຍຜ່ານໂຄງການພັດທະນາຕະຫຼາດທຶນອາຊຽຂອງ ACMF ຊຶ່ງລວມມີໂຄງການຝຶກອົບຮົບ ແລະ ການຝຶກອົບຮົມສ້າງຄວາມອາດສາມາດ ໃຫ້ແກ່ພະນັກງານຂອງສະມາຊິກ ACMF ພ້ອມທັງ ການຮ່ວມມືກັບພາກສ່ວນພາຍນອກ ແລະ ຜູ້ຊ່ຽວຊານດ້ານວິຊາສະເພາະ;

ລາຍງານການປັບປຸງການປະເມີນການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານຂອງບໍລິສັດຈົດທະບຽນໃນອາ ຊຽນ (ACGS: ASEAN Corporate Governance Scorecard) ໃນປີ 2024 ແລະ ຄາດວ່າຈະປະກາດຜົນການປະເມີນ ໃນປີ 2025;

ສືບຕໍ່ການແລກປ່ຽນປະສົບການກ່ຽວກັບຊັບສິນດິຈິຕອນ (Digital Assets) ຂອງສະມາຊິກອາຊຽນ. ຊຶ່ງ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສິງກະໂປ ໄດ້ລາຍງານຄວາມຄືບໜ້າຂອງການປັບປຸງລະບຽບການ ໃນການບໍລິການຊໍາລະເງິນດິຈິຕອນໃນສິງກະໂປ ນອກນີ້, ຄະນະກໍາມະການຄຸ້ມຄອງຫຼັກຊັບ ມາເລເຊຍ ກໍ່ໄດ້ລາຍງານຄວາມຄືບໜ້າການພັດທະນາຕະຫຼາດຊັບສິນດິຈິຕອນ ໃນປະເທດມາເລເຊຍ;

ນະໂອກາດນີ້, ACMF ກໍ່ໄດ້ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ທະນາຄານພັດທະນາອາຊີ (ADB) ທີ່ໄດ້ໃຫ້ການສະໜັບສະໜູນຢ່າງສະເໜີມາ ຕະຫຼອດໄລຍະເວລາ 20 ປີ ໂດຍຜ່ານການຊ່ວຍເຫຼືອດ້ານ ວິຊາການ ແລະ ການໃຫ້ຄຳແນະນຳຈາກຜູ້ຊ່ຽວຊານ ເພື່ອຊຸກຍູ້ການພັດທະນາຕະຫຼາດທຶນໃນທົ່ວພາກພື້ນ ອາຊຽນ ແລະ ເຊື່ອໝັ້ນວ່າ ADB ຈະສືບຕໍ່ເພີ່ມທະວີການສະໜັບສະໜູນວຽກງານຂອງ ACMF ຕໍ່ໄປ ພ້ອມດຽວກັນນີ້ ກໍ່ໄດ້ຂອບໃຈຕໍ່ສະຖາບັນການເງິນຍືນຍົງອາຊີ (SFIA) ສໍາລັບການສະໜັບສະໜູນ ໃນການພັດທະນາວຽກງານຄວາມຍືນຍົງຂອງ ACMF ມີຄວາມກ້າວໜ້າ ແລະ ຂະຫຍາຍຕົວຂຶ້ນເລື້ອຍໆ.

Untitled Document


ພາບ ແລະ ຂ່າວໂດຍ: ສໍານັກງານ ຄຄຊ.