Monday, 29 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ສໍາເລັດການເປັນເຈົ້າພາບຈັດກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum (ACMF) Deputies ທີ່ນະຄອນຫຼວງວຽງຈັນ
ວັນທີອອກຂ່າວ: 2024-02-06 11:06:31

ເນື້ີອໃນຂ່າວ:

ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ສໍາເລັດການຈັດກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum Deputies’ Meeting: ACMF Deputies Meeting) ໃນວັນທີ 05 ກຸມພາ 2024 ທີ່ ນະຄອນຫຼວງວຽງຈັນ ຊຶ່ງ ສປປ ລາວ ກໍຄື ສຄຄຊ ໄດ້ຮັບກຽດເປັນເຈົ້າພາບພາຍໃຕ້ການເປັນປະທານອາຊຽນ 2024 ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ເປັນປະທານໂດຍ ທ່ານ ນາງ ວຽງດາລີ ສຸພານຸວົງ, ຮອງຫົວໜ້າ ສຄຄຊ ແລະ ເປັນຮອງປະທານກອງປະຊຸມຂອງ ທ່ານ ນາງ Azalina Adham ຫົວໜ້າກົມ ¬ຂອງຄະນະກໍາມະການຄຸ້ມຄອງຫຼັກຊັບ ມາເລເຊຍ. ພ້ອມນັ້ນ ກໍ່ມີຜູ້ຕາງໜ້າຜູ້ຄຸ້ມຄອງຫຼັກຊັບຈາກ 09 ປະເທດສະມາຊິກອາຊຽນ, ກອງເລຂາອາຊຽນ, ທະນາຄານພັດທະນາອາຊີ ແລະ ສະຖາບັນການເງິນຍືນຍົງອາຊີເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ, ປຶກສາຫາລື ແລະ ມີມະຕິຕົກລົງເປັນເອກະພາບຕໍ່ກັບບັນຫາຕ່າງໆ ເປັນຕົ້ນ: ຮັບຟັງການລາຍງານກ່ຽວກັບຜົນຂອງກອງປະຊຸມອາຊຽນຕ່າງໆ, ການທົບທວນແຜນ AEC 2025 ແລະ ການກະກຽມແຜນພາຍຫຼັງປີ 2025, ຄູ່ຮ່ວມມື ແລະ ແຜນການຟື້ນຟູທີ່ຄວບຄຸມຂອງອາຊຽນ (ACRF ), ລາຍງານການຊ່ວຍເຫຼືອທາງດ້ານວິຊາການຂອງທະນາຄານພັດທະນາອາຊີ ໃຫ້ແກ່ ACMF ແລະ ແຜນກິດຈະກໍາໃນຕໍ່ໜ້າ. ນອກຈາກນັ້ນ, ກອງປະຊຸມ ກໍ່ໄດ້ຮັບຟັງການລາຍງານການຮ່ວມມືລະຫວ່າງ ACMF ແລະ IFRS ກ່ຽວກັບມາດຕະຖານສາກົນດ້ານການລາຍງານການເງິນກ່ຽວກັບການເປີດເຜີຍຂໍ້ມູນຍືນຍົງ ແລະ ການສ້າງຄວາມອາດສາມາດໃຫ້ແກ່ບຸກຄະລາກອນກ່ຽວກັບມາດຕະຖານ ISSB , ການຮວບຮວມມາດຕະຖານການເປີດເຜີຍຂໍ້ມູນຂອງໂຄງການອອກຈໍາໜ່າຍໜ່ວຍລົງທຶນຂ້າມແດນຂອງອາຊຽນ, ການກໍານົດເວລາໃນການປະເມີນການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານກິດຈະການຂອງອາຊຽນ, ການຄຸ້ມຄອງຊັບສິນດິຈິຕອນຂອງ ປະເທດ ສິງກະໂປ ແລະ ມາເລເຊຍ. ພ້ອມນັ້ນ, ກໍ່ໄດ້ຮັບຟັງການລາຍງານວຽກງານການເງິນຍືນຍົງ ເປັນຕົ້ນແມ່ນ ການພັດທະນາບົດແນະນຳການເງິນໄລຍະຂ້າມຜ່ານຂອງອາຊຽນ (ASEAN Transition Finance Guidance), ບົດລາຍງານການເລັ່ງການຫຼຸດຜ່ອນກາກບອນໃນອາຊຽນ ຜ່ານຕະຫຼາດກາກບອນແບບສະໝັກໃຈ, ຜົນຂອງການປຶກສາລືກັບຜູ້ມີສ່ວນຮ່ວມຕໍ່ການຈັດໝວດກິດຈະກໍາສີຂຽວອາຊຽນ (ASEAN Taxonomy) ສະບັບທີສອງ ແລະ ການພັດທະນາສະບັບທີສາມ ແລະ ຮັບຟັງຄວາມຄືບໜ້າການຈັດຕັ້ງປະຕິບັດແຜນວຽກຂອງຕະຫຼາດທຶນຍືນຍົງອາຊຽນ (ASEAN Sustainable Capital Markets Roadmap) ແລະ ແຜນການທົບທວນ ແລະ ສ້າງແຜນປະຕິບັດງານ ACMF Action Plan (2026-2030).

ນອກຈາກນັ້ນ, ສຄຄຊ ໃນນາມເປັນກອງເລຂາ ACMF ກໍ່ໄດ້ລາຍງານບັນດາວຽກຕ່າງໆທີ່ຕິດພັນ ແລະ ນໍາສະເໜີຮູບແບບເບື້ອງຕົ້ນງານສະເຫຼີມສະຫຼອງ ACMF ຄົບຮອບ 20 ປີ (2004 - 2024). ຄຽງຄູ່ກັນນີ້, ກອງປະຊຸມ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງທະນາຄານພັດທະນາອາຊີ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນເຂົ້າໃນການພັດທະນາວຽກງານຂອງ ACMF ດ້ວຍດີຕະຫຼອດມາ ຊຶ່ງເຮັດໃຫ້ໂຄງການລິເລີ່ມຕ່າງໆຂອງ ACMF ມີຜົນສໍາເລັດຢ່າງຈົບງາມ.

ຜົນຂອງກອງປະຊຸມຄັ້ງນີ້ ຈະໄດ້ນໍາໄປລາຍງານໃນກອງປະຊຸມ ACMF Chairs Meeting ຄັ້ງທີ 40 ຊຶ່ງຈະຈັດຂຶ້ນໃນວັນທີ 15 ມີນາ 2024 ທີ່ ນະຄອນ ຫຼວງພະບາງ. ໃນທ້າຍກອງປະຊຸມ ປະທານໄດ້ກ່າວຂອບໃຈຜູ້ເຂົ້າຮ່ວມທຸກທ່ານທີ່ໄດ້ປະກອບສ່ວນປຶກສາຫາລືຕໍ່ບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງເຮັດໃຫ້ກອງປະຊຸມປະສົບຜົນສໍາເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ສຳນັກງານ ຄຄຊ.