Monday, 29 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການຕອບແບບສໍາຫຼວດກ່ຽວກັບວິໄສທັດຫຼັງປີ 2025 ຂອງປະຊາຄົມເສດຖະກິດອາຊຽນ (AEC Post-2025 Agenda)
ວັນທີອອກຂ່າວ: 2023-11-30 16:51:24

ເນື້ີອໃນຂ່າວ:

ປັດຈຸບັນ ກອງເລຂາອາຊຽນ ແມ່ນກໍາລັງດໍາເນີນການສໍາຫຼວດຂໍ້ມູນໃນບັນດາປະເທດອາຊຽນ ເພື່ອແນໃສ່ການສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງສັງຄົມຕໍ່ ປະຊາຄົມເສດຖະກິດອາຊຽນ ແລະ ເພື່ອປະເມີນການປະກອບສ່ວນຂອງການເຊື່ອມໂຍງດ້ານເສດຖະກິດຂອງອາຊຽນເຂົ້າໃນເສດຖະກິດຂອງພາກພື້ນໃນທົດສະວັດທີ່ຜ່ານມາ. ພ້ອມນັ້ນ, ການສຳຫຼວດດັ່ງກ່າວ ຍັງໄດ້ທາບທາມຄວາມຄິດເຫັນ ແລະ ຄວາມຄາດຫວັງກ່ຽວກັບບັນດາບຸລິມະສິດພາຍຫຼັງປີ 2025 ຂອງ AEC. ສະນັ້ນ, ເພື່ອເປັນການລະດົມຄວາມຄິດເຫັນຈາກມວນຊົນ, ກອງເລຂາອາຊຽນ ຈຶ່ງເຊີນຊວນໃຫ້ ບຸກຄົນ ແລະ ນິຕິບຸກຄົນ ຈາກ ກຸ່ມວິສາຫະກິດ, ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs), ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນຕ່າງໆ ເພື່ອຮ່ວມກັນຊ່ວຍຕອບແບບສໍາຫຼວດ. ແບບສໍາຫຼວດດັ່ງກ່າວ ລວມມີ 9 ພາສາທ້ອງຖິ່ນຂອງປະເທດອາຊຽນ ແລະ ສາມາດດໍາເນີນຜ່ານລິ້ງ https://tinyurl.com/AECPost2025Survey ຫຼື ສະແກນຜ່ານ QR code ຊຶ່ງເນື້ອໃນແບບສໍາຫຼວດ ປະກອບມີ 3 ພາກຄື  ຂໍ້ມູນທົ່ວໄປຂອງຜູ້ຕອບແບບສໍາຫຼວດ,  ຄວາມຄິດເຫັນຕໍ່ຜົນສໍາເລັດ-ຜົນໄດ້ຮັບຈາກການເຊື່ອມໂຍ່ງ AEC ໃນໄລຍະຜ່ານມາ,  ຄວາມຄາດຫວັງ ແລະ ສິ່ງທ້າທາຍທີ່ຈະເກີດຂຶ້ນກັບ AEC ພາຍຫຼັງປີ 2025.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.