Monday, 29 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການຈົດທະບຽນຄັ້ງທີສອງ, ການຖອນການຈົດທະບຽນ ແລະ ການຄຸ້ມຄອງອົງການຄຸ້ມຄອງຕົນເອງ
ວັນທີອອກຂ່າວ: 2023-11-08 16:07:46

ເນື້ີອໃນຂ່າວ:

ເພື່ອປະຕິບັດຕາມແຜນການຮ່ວມມືສອງຝ່າຍ ປະຈຳປີ 2023 ລະຫວ່າງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ສໍານັກງານຄະນະກໍາມະການກໍາກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດໄທ (ກລຕ ໄທ) ໃນຕອນເຊົ້າຂອງວັນທີ 08 ພະຈິກ 2023, ຢູ່ທີ່ ສຄຄຊ ໄດ້ຈັດຕັ້ງກອງປະຊຸມສໍາມະນາຮູບແບບອອນລາຍ ໃນຫົວຂໍ້: “ການຈົດທະບຽນຄັ້ງທີສອງ, ການຖອນການຈົດທະບຽນ ແລະ ການຄຸ້ມຄອງອົງການຄຸ້ມຄອງຕົນເອງ” ຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງ ຈິນດາວັນ ພົມມະບຸດ ວ່າການຫົວໜ້າພະເເນກຄຸ້ມຄອງຕະຫຼາດຫຼັກຊັບ ຊຶ່ງມີຜູ້ເຂົ້າຮ່ວມຂອງຜູ້ຕາງໜ້າຈາກ ສຄຄຊ, ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັກຊັບ ຈໍານວນ 30 ທ່ານ.

ກອງປະຊຸມສໍາມະນາດັ່ງກ່າວ ໄດ້ໃຫ້ກຽດບັນຍາຍ ຈາກ ທ່ານ ຄານາພັດ ທ່ຽງທໍາ ແລະ ທ່ານ ນາງ ກອງກະມົນ ກອງທອງ ຜູ້ຊ່ວຍຜູ້ອໍານວຍການ ກົມນະໂຍບາຍການລະດົມທຶນ, ທ່ານ ນາງ ກໍລະກົດ ພິນິພົງພັນ ຜູ້ຊ່ວຍຜູ້ອໍານວຍການກົມຄຸ້ມຄອງຕະຫຼາດ, ກລຕ ໄທ ແລະ ທ່ານ ນາງ ວາລິຍາ ພີລຶກເລືອງ ຜູ້ຊ່ວຍຮອງປະທານ ກົມນະໂຍບາຍຄຸ້ມຄອງຕະຫຼາດ, ຕະຫຼາດຫຼັກຊັບໄທ. ຈຸດປະສົງຂອງການສໍາມະນາໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນ ແລະ ຖອດຖອນບົດຮຽນ ກ່ຽວກັບ ການຈົດທະບຽນຄັ້ງທີສອງ, ການຖອນການຈົດທະບຽນ ແລະ ການຄຸ້ມຄອງອົງການຄຸ້ມຄອງຕົນເອງ ເປັນຕົ້ນ: ການພັດທະນາ, ສ້າງເງື່ອນໄຂ ແລະ ການຄຸ້ມຄອງ ການຈົດທະບຽນຄັ້ງທີສອງ, ເງື່ອນໄຂການຖອນການຈົດທະບຽນ ແລະ ອົງການຄຸ້ມຄອງຕົນເອງ ຊຶ່ງພາຍໃນກອງປະຊຸມສໍາມະນາໄດ້ມີການແລກປ່ຽນຄໍາຄິດ, ບົດຮຽນ ແລະ ປະສົບການ ຊຶ່ງເປັນປະໂຫຍດຫຼາຍຕໍ່ຜູ້ເຂົ້າຮ່ວມ ເພື່ອນຳເອົາບົດຮຽນດັ່ງກ່າວນຳໃຊ້ ແລະ ຜົນຂະຫຍາຍເຂົ້າໃນວຽກງານຂອງຕົນ ຢ່າງມີປະສິດທິພາບ ເເລະ ປະສິດທິຜົນ. ພ້ອມນີ້, ກອງປະຊຸມສໍາມະນາໄດ້ສໍາເລັດລົງຢ່າງຈົບງາມ ແລະ ບັນລຸຕາມລະດັບຄາດໝາຍທີ່ກໍານົດໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.