Monday, 29 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄົບຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈຳປີ 2023
ວັນທີອອກຂ່າວ: 2023-11-02 17:08:41

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 02 ພະຈິກ 2023 ທີ່ຫ້ອງປະຊຸມ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມຄົບຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈຳປີ 2023 ກອງປະຊຸມຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ຜູ້ປະຈຳການ ພ້ອມດ້ວຍບັນດາຄະນະໃນ ຄຄຊ ທີ່ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ຄະນະ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ປະທ່ານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ພ້ອມທັງບັນດາພະນັກງານທີ່ກ່ຽວຂ້ອງຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ເຂົ້າຮ່ວມ.

ຈຸດປະສົງໃນການຈັດກອງປະຊຸມຄົບຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ໃນຄັ້ງນີ້ ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມຄັ້ງຜ່ານມາ ພ້ອມທັງ, ລາຍງານຜົນການເຄື່ອນໄຫວປະຈຳປີ 2023 ແລະ ທິດທາງໃນຕໍ່ຫນ້າ ຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຊຶ່ງຮັບຜິດຊອບລາຍງານໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ, ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ກ່ຽວກັບ ສະພາບການພົ້ນເດັ່ນໃນການເຄື່ອນໄຫວວຽກງານ ຂອງຕະຫຼາດຫຼັກຊັບລາວ ປະຈຳປີ 2023 ແລະ ທິດທາງແຜນການໃນປີ 2024.

ຫຼັງຈາກທີ່ໄດ້ຮັບຟັງການລາຍງານຂອງ ທ່ານ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານປະທານກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນໄດ້ຮັບຂອງກອງປະຊຸມໃນຄັ້ງນີ້ ຊຶ່ງຜົນສໍາເລັດຂອງກອງປະຊຸມ ແມ່ນບົນພຶ້ນຖານຄວາມຮັບຜິດຊອບສູງຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໄດ້ພ້ອມໃຈກັນຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ. ກອງປະຊຸມໃນຄັ້ງນີ້ ກໍ່ໄດ້ຮັບຊາບຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະຂອງ ຄຄຊ ຄັ້ງທີ I ປີ 2023 ທີ່ຕິດພັນກັບວຽກງານຫຼັກຊັບຂອງ ສຄຄຊ, ຕລຊລ ແລະ ພາກສ່ວນທີ່ກ່ຽວຂ້ອງ, ປຶກສາຫາລືການຫັນ ຫຼື ປະຕິຮູບລັດວິສາຫະກິດຜ່ານກົນໄກຕະຫຼາດທຶນ ໃນ ສປປ ລາວ; ຮັບຊາບຜົນການເຄື່ອນໄຫວວຽກງານຂອງ ສຄຄຊ ແລະ ຕລຊລ ປະຈໍາ 09 ເດືອນຕົ້ນປີ 2023 ແລະ ທິດທາງແຜນການ 03 ເດືອນທ້າຍປີ 2023.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.