Monday, 29 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສໍາມະນາ ໃນຫົວຂໍ້: “ການອອກຈໍາໜ່າຍຮຸ້ນກູ້ ສະກຸນໂດລາສະຫະລັດ ຢູ່ ສປປ ລາວ” ແລະ “ປະສົບການໃນການກະກຽມເປັນປະທານກອງປະຊຸມ ACMF ຂອງ ຄຄຊ ກໍາປູເຈຍ”
ວັນທີອອກຂ່າວ: 2023-11-02 16:44:34

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 27 ຕຸລາ 2023, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້: “ການອອກຈໍາໜ່າຍຮຸ້ນກູ້ ສະກຸນໂດລາສະຫະລັດ ຢູ່ ສປປ ລາວ” ແລະ “ປະສົບໃນການກະກຽມເປັນປະທານກອງປະຊຸມ ACMF ຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ກໍາປູເຈຍ (ຄຄຊ ກໍາປູເຈຍ)” ຂຶ້ນ ຢູ່ທີ່ ສຄຄຊ ໂດຍການເປັນປະທານຮ່ວມ ລະຫວ່າງ ສຄຄຊ ແລະ ຄຄຊ ກໍາປູເຈຍ ຊຶ່ງມີຜູ້ເຂົ້າຮ່ວມຈາກ ສຄຄຊ ແລະ ຄຄຊ ກໍາປູເຈຍ ຈໍານວນ 33 ທ່ານ.

ກອງປະຊຸມສໍາມະນາດັ່ງກ່າວ ແມ່ນຈັດຂຶ້ນຕາມແຜນການຮ່ວມມືສອງຝ່າຍທີ່ກໍານົດໄວ້ໃນບົດບັນຄວາມເຂົ້າໃຈຮ່ວມກັນ ລະຫວ່າງ ສຄຄຊ ແລະ ຄຄຊ ກໍາປູເຈຍ. ຈຸດປະສົງຂອງການສໍາມະນາໃນຄັ້ງນີ້ ກໍ່ເພື່ອເປັນການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານຫຼັກຊັບ ເພື່ອສົ່ງເສີມ ແລະ ພັດທະນາຕະຫຼາດທຶນຂອງສອງປະເທດໃຫ້ເຕີບໃຫຍ່ໄປຄຽງຄູ່ກັນ ຊຶ່ງພາຍໃນກອງປະຊຸມສໍາມະນາດັ່ງກ່າວ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນຢ່າງຟົດຟື້ນ ແລະ ເປັນປະໂຫຍດຕໍ່ຜູ້ເຂົ້າຮ່ວມຫຼາຍ ພ້ອມນີ້ກອງປະຊຸມສໍາມະນາໄດ້ສໍາເລັດລົງຢ່າງຈົບງາມ ແລະ ບັນລຸຕາມລະດັບຄາດໝາຍທີ່ກໍານົດໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.