Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum (ACMF) Deputies Chairs ຄັ້ງທີ 39 ແລະ ກອງປະຊຸມສາກົນ 2023 (International Conference 2023)
ວັນທີອອກຂ່າວ: 2023-10-18 16:35:10

ເນື້ີອໃນຂ່າວ:

ໃນວັນທີ 16 ຕຸລາ 2023, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມ ກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum Chairs’ Meeting) ຄັ້ງທີ 39 ຢູ່ທີ່ ບາຫຼີ, ປະເທດ ອິນໂດເນເຊຍ ໂດຍການເປັນປະທານຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບ ອິນໂດເນເຊຍ ແລະ ເປັນຮອງປະທານກອງປະຊຸມຂອງ ສຄຄຊ ຊຶ່ງຕາງໜ້າເຂົ້າຮ່ວມ ໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ, ຫົວໜ້າ ສຄຄຊ ແລະ ພະນັກງານທີ່ກ່ຽວຂ້ອງ. ພ້ອມນັ້ນ ກໍ່ມີຜູ້ຕາງໜ້າຈາກ 09 ປະເທດອາຊຽນ, ກອງເລຂາອາຊຽນ, ທະນາຄານພັດທະນາອາຊີ, ສະຖາບັນການເງິນຍືນຍົງອາຊີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ໄດ້ມີມະຕິຕົກລົງເປັນເອກະພາບຕໍ່ກັບບາງບັນຫາ ເປັນຕົ້ນ: ຮັບຟັງການລາຍງານກ່ຽວກັບຜົນຂອງກອງປະຊຸມປະຊາຄົມເສດຖະກິດອາຊຽນ 2025 ແລະ ຜົນຂອງກອງປະຊຸມຕ່າງໆທີ່ຕິດພັນ. ຕິດພັນກັບວຽກງານການເງິນຍືນຍົງ ແມ່ນໄດ້ຮັບຮອງບົດແນະນໍາການຫັນປ່ຽນທາງການເງິນອາຊຽນ (ASEAN Transition Finance Guideline) ເພື່ອເປັນບ່ອນອີງໃຫ້ແກ່ບັນດາບໍລິສັດ ທີ່ມີແຜນຫັນທຸລະກິດຂອງຕົນໃຫ້ເປັນມິດກັບສິ່ງແວດລ້ອມໃຫ້ຫຼາຍຂຶ້ນ ຊຶ່ງຈະເປີດໃຫ້ຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ປະກອບຄໍາເຫັນຕໍ່ບົດແນະນໍາດັ່ງກ່າວ ໃນອະນາຄົດ; ຮັບຮອງຜົນການສຶກສາຕະຫຼາດອາຍກາກບອນແບບສະໝັກໃຈເບື້ອງຕົ້ນ (Voluntary Carbon Market Study Phase 1) ແລະ ຮັບຟັງຄວາມຄືບໜ້າການຈັດຕັ້ງປະຕິບັດແຜນວຽກຂອງຕະຫຼາດທຶນຍືນຍົງອາຊຽນ (ACMF Roadmap). ນອກຈາກນັ້ນ, ກອງປະຊຸມ ໄດ້ຮັບຮອງບັດປະເມີນການຄຸ້ມຄອງກິດຈະການຂອງບໍລິສັດຈົດທະບຽນໃນອາຊຽນສະບັບປັບປຸງ (Revised ASEAN Corporate Governance Scorecard: ACGS), ຮັບຮອງຄູ່ມືການສະເໜີຂາຍກອງທຶນຍືນຍົງ ແລະ ມີຄວາມຮັບຜິດຊອບຂ້າມແດນ (Handbook for ASEAN CIS-SRF) ພາຍໃຕ້ໂຄງການກອງທຶນຮ່ວມອາຊຽນ, ຮັບຟັງການລາຍງານບັນດາໜ້າວຽກຕິດພັນກັບມາດຕະຖານການເປີດເຜີຍຂໍ້ມູນຍືນຍົງຂອງບໍລິສັດຈົດທະບຽນ, ການຄຸ້ມຄອງຊັບສິນດິຈິຕອນຂອງ ປະເທດ ສິງກະໂປ ແລະ ການຈັດຕັ້ງປະຕິບັດຂອງໂຄງການພັດທະນາຕະຫຼາດ ປະຈໍາປີ 2023 ແລະ ແຜນກິດຈະກໍາປີ 2024-2025. ຄຽງຄູ່ກັນນີ້, ກອງປະຊຸມ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງທະນາຄານພັດທະນາອາຊີ ທີ່ໄດ້ສືບຕໍ່ໃຫ້ຄໍາແນະນໍາ ແລະ ການຊ່ວຍເຫຼືອທາງດ້ານ ວິຊາການ ແລະ ທຶນຮອນເຂົ້າໃນການພັດທະນາວຽກງານສໍາຄັນຕ່າງໆຂອງ ACMF ດ້ວຍດີຕະຫຼອດມາ. ພ້ອມນີ້, ທ່ານຫົວໜ້າ ສຄຄຊ ກໍ່ໄດ້ກ່າວຮັບໜ້າທີ່ການເປັນເຈົ້າພາບ ແລະ ປະທານກອງປະຊຸມ ACMF ໃນປີ 2024.

ພ້ອມດຽວກັນນີ້, ທ່ານຫົວໜ້າ ສຄຄຊ ແລະ ພະນັກງານທີ່ກ່ຽວຂ້ອງ ກໍ່ໄດ້ເຂົ້າຮ່ວມກອງປະຊຸມສາກົນ (International Conference) ປະຈໍາປີ 2023 ໃນວັນທີ 17 ຕຸລາ 2023 ຊຶ່ງກອງປະຊຸມ ໄດ້ຍົກໃຫ້ເຫັນຄວາມຄືບໜ້າຂໍ້ລິເລີ່ມຕ່າງໆຂອງ ACMF ໃນການຫັນໄປສູ່ຕະຫຼາດທຶນແບບຍືນຍົງໃນອາຊຽນ ໂດຍໄດ້ສົນທະນາໃນຫົວຂໍ້ກ່ຽວກັບ ASEAN Taxonomy ສະບັບທີ 2 ແລະ ຄວາມເຊື່ອມໂຍງກັບການຫັນປ່ຽນໃນລະດັບບໍລິສັດ ແລະ ລະດັບປະເທດ, ການພັດທະນາຕະຫຼາດອາຍກາກບອນແບບສະໝັກໃຈໃນປະເທດສະມາຊິກ ACMF ແລະ ຄວາມສໍາຄັນຂອງການເປີດເຜີຍຂໍ້ມູນການຊົດເຊີຍກາກບອນ, ການເປີດເຜີຍຂໍ້ມູນຍືນຍົງຂອງບໍລິສັດ ໂດຍການຍົກສູງຄວາມຮັບຮູ້ ແລະ ການສ້າງຄວາມອາດສາມາດກ່ຽວກັບຫຼັກການເປີດເຜີຍຂໍ້ມູນ IFRS ແລະ ການປັບປຸງບັດປະເມີນການຄຸ້ມຄອງກິດຈະການຂອງບໍລິສັດຈົດທະບຽນໃນອາຊຽນ (ສະບັບປັບປຸງ) ເພື່ອສະໜັບສະໜູນຄວາມຍືນຍົງຂອງບໍລິສັດ. ນອກນີ້, ກອງປະຊຸມ ຍັງໄດ້ນໍາສະເໜີໃຫ້ເຫັນການພັດທະນາຕະຫຼາດທຶນຂອງບັນດາປະເທດສະມາຊິກ ACMF ຜ່ານການສົນທະນາກັບບັນດາການນຳຂອງ 10 ປະເທດ ສະມາຊິກ ACMF. ພ້ອມດຽວກັນນີ້, ທ່ານຫົວໜ້າ ສຄຄຊ ໂດຍຕາງໜ້າ ສປປ ລາວ ຍັງໄດ້ຂຶ້ນກ່າວທິດທາງຂອງການພັດທະນາວຽກງານ ACMF ໃນປີ 2024 ໃນກອງປະຊຸມດັ່ງກ່າວອີກດ້ວຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.