Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີໂຮມຊຸມນຸມ ເຜີຍແຜ່ຜົນງານຂອງຕະຫຼາດທຶນລາວຄົບຮອບ 13 ປີ (10.10.2010-10.10.2023)
ວັນທີອອກຂ່າວ: 2023-10-12 11:03:02

ເນື້ີອໃນຂ່າວ:

ເພື່ອເປັນການຂໍ່ານັບຮັບຕ້ອນວັນສ້າງຕັ້ງຕະຫຼາດທຶນລາວ ຄົບຮອບ 13 ປີ (10.10.2010-10.10.2023) ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ (ຕລຊລ), ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ ແລະ ສະຖາບັນສື່ກາງດ້ານຫຼັກຊັບ ໄດ້ຮ່ວມກັນຈັດພິທີໂຮມຊຸມນຸມ ເຜີຍແຜ່ຜົນງານຂອງຕະຫຼາດທຶນລາວ ຄົບຮອບ 13 ປີ (10.10.2010-10.10.2023) ພາຍໃຕ້ຫົວຂໍ້: “ຕະຫຼາດທຶນລາວ ມຸ່ງໜ້າສູ່ການພັດທະນາ” ໃນຕອນເຊົ້າ, ເວລາ 9:00 ໂມງ ຂອງວັນທີ 10 ຕຸລາ 2023, ທີ່ຫ້ອງປະຊຸມໃຫຍ່ (ຊັ້ນ 6) ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນ. ຂັນແກ້ວ ຫຼ້າມະນີເງົາ ຮອງຜູ້ວ່າການ ທະນາ ຄານແຫ່ງ ສປປ ລາວ, ກໍາມະການ ຄຄຊ, ຜູ້ຊີ້ນໍາວຽກງານຫຼັກຊັບ. ພ້ອມນີ້, ຍັງມີ ທ່ານຫົວໜ້າ ສຄຄຊ, ຜູ້ອໍານວຍໃຫຍ່ ຕລຊລ, ຄະນະຜູ້ອໍານວຍການ ແລະ ບັນດາບໍລິສັດທີ່ມີສ່ວນຮ່ວມໃນວຽກງານຕະຫຼາດທຶນລາວ ເຂົ້າຮ່ວມ 160 ທ່ານ.

ຈຸດປະສົງ ໃນພິທີຄັ້ງນີ້ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງຕະຫຼາດທຶນລາວຄົບຮອບ 13 ປີ (10.10.2010-10.10.2023) ແລະ ສະຫຼຸບຜົນງານພົ້ນເດັ່ນວຽກງານຕະຫຼາດທຶນລາວ ແລະ ທິດທາງໃນການພັດທະນາຕະຫຼາດທຶນລາວໃນຕໍ່ໜ້າ, ສ້າງຂວັນກໍາລັງໃຈໃຫ້ພະນັກງານໃນຂົງເຂດວຽກງານຕະຫຼາດໃຫ້ເປັນຂະບວນຟົດຟື້ນ ພ້ອມທັງຫັດແໜ້ນຄວາມສາມັກຄີ, ພົວພັນແລກປ່ຽນວຽກງານຫຼັກຊັບ ລະຫວ່າງ ຜູ້ມີສ່ວນຮ່ວມໃນວຽກງານຕະຫຼາດທຶນໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຊຶ່ງພິທີດັ່ງກ່າວ ໄດ້ຮັບຟັງ ການນໍາສະເໜີ ເປັນຕົ້ນ: ການລາຍງານຜົນງານພົ້ນເດັ່ນການເຄື່ອນໄຫວຕະຫຼາດທຶນລາວ ປີ 2023 ແລະ ທິດທາງການພັດທະນາຕະຫຼາດທຶນລາວໃນຕໍ່ໜ້າ, ແຜນພັດທະນາຕະຫຼາດຫຼັກຊັບລາວໃນຕໍ່ໜ້າ ແລະ ແຜນການພັດທະນາວຽກງານຂອງສະມາຄົມຕະຫຼາດທຶນລາວໃນຕໍ່ໜ້າ.

ພ້ອມນີ້, ໃນພິທີດັ່ງກ່າວ ບັນດາບໍລິສັດທີ່ມີສ່ວນຮ່ວມໃນຕະຫຼາດທຶນລາວ ກໍ່ໄດ້ມີການຈັດກິດຈະກໍາວາງສະແດງຜົນງານ ແລະ ຜະລິດຕະພັນຂອງຕົນ ເພື່ອເປັນການສ້າງຂະບວນການຟົດຟື້ນມ່ວນຊື່ນ ແລະ ຜົນສໍາເລັດອັນຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.