Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum (ACMF) Deputies Meeting ຄັ້ງທີ III ປີ 2023 (ຜ່ານທາງອອນລາຍ)
ວັນທີອອກຂ່າວ: 2023-09-26 16:44:25

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 25 ກັນຍາ 2023 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມ ກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum (ACMF) Deputies Meeting) ຄັ້ງທີ III ປີ 2023 ຜ່ານທາງອອນລາຍ ໂດຍການເປັນປະທານຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບ ອິນໂດເນເຊຍ ແລະ ເປັນຮອງປະທານກອງປະຊຸມ ຈາກຜູ້ຕາງຈາກ ສປປ ລາວ ໂດຍ ທ່ານ ນ. ວຽງດາລີ ສຸພານຸວົງ, ຮອງຫົວໜ້າ ສຄຄຊ. ພ້ອມນັ້ນ ກໍ່ມີຜູ້ຕາງໜ້າຈາກ 09 ປະເທດອາຊຽນ, ກອງເລຂາອາຊຽນ (ASEAN Secretariat), ທະນາຄານພັດທະນາອາຊີ (Asian Development Bank: ADB), ສະຖາບັນການເງິນຍືນຍົງອາຊີ (Sustainable Finance Institute Asia: SFIA), ບໍລິສັດ Oliver Wyman ແລະ Climateworks Center.

ກອງປະຊຸມ ໄດ້ມີມະຕິຕົກລົງເປັນເອກະພາບຕໍ່ກັບບາງບັນຫາ ເປັນຕົ້ນ: ຮັບຟັງການລາຍງານກ່ຽວກັບຜົນຂອງກອງປະຊຸມປະຊາຄົມເສດຖະກິດອາຊຽນ (AEC) 2025 ແລະ ຜົນຂອງກອງປະຊຸມຕ່າງໆທີ່ຕິດພັນ ແລະ ລາຍງານວິໄສທັດອາຊຽນຫຼັງປີ 2025. ຕິດພັນກັບວຽກງານການເງິນຍືນຍົງ ແມ່ນໄດ້ລາຍງານຄວາມຄືບໜ້າ ການຮ່າງບົດແນະນໍາການຫັນປ່ຽນທາງການເງິນອາຊຽນ (ASEAN Transition Finance Guideline) ເພື່ອເປັນບ່ອນອີງໃຫ້ແກ່ບັນດາບໍລິສັດ ທີ່ມີແຜນຫັນທຸລະກິດຂອງຕົນໃຫ້ເປັນມິດກັບສິ່ງແວດລ້ອມໃຫ້ຫຼາຍຂຶ້ນ; ຜົນການສຶກສາຕະຫຼາດອາຍກາກບອນແບບສະໝັກໃຈ (Voluntary Carbon Market Study Phase 1) ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນວຽກຂອງຕະຫຼາດທຶນຍືນຍົງອາຊຽນ (ACMF Roadmap). ນອກຈາກນັ້ນ, ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າການປັບປຸງບັດປະເມີນການຄຸ້ມຄອງກິດຈະການຂອງບໍລິສັດຈົດທະບຽນໃນອາຊຽນ (ASEAN Corporate Governance Scorecard: ACGS), ການຄົ້ນຄວ້າບັນດາໜ້າວຽກຕິດພັນກັບມາດຕະຖານການເປີດເຜີຍຂໍ້ມູນຍືນຍົງຂອງບໍລິສັດຈົດທະບຽນ ແລະ ການຈັດຕັ້ງປະຕິບັດຂອງໂຄງການພັດທະນາຕະຫຼາດ (ACMF Market Development Programme: A-MDP) ປະຈໍາປີ 2023 ແລະ ແຜນກິດຈະກໍາປີ 2024-2025. ຄຽງຄູ່ກັນນີ້, ກອງປະຊຸມ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງ ADB ທີ່ໄດ້ສືບຕໍ່ໃຫ້ຄໍາແນະນໍາ ແລະ ການຊ່ວຍເຫຼືອທາງດ້ານ ວິຊາການ ແລະ ທຶນຮອນເຂົ້າໃນການພັດທະນາວຽກງານສໍາຄັນຕ່າງໆຂອງ ACMF ດ້ວຍດີຕະຫຼອດມາ.

ກອງປະຊຸມ ACMF Deputies Meeting ເປັນກອງປະຊຸມຕໍ່ເນື່ອງ ແລະ ຕິດພັນໂດຍກົງກັບວຽກງານການພັດທະນາຕະຫຼາດທຶນຂອງ ສຄຄຊ. ໄລຍະຜ່ານມາ ສຄຄຊ ກໍ່ໄດ້ນໍາເອົາບົດຮຽນຂອງບັນດາປະເທດອາຊຽນ ເພື່ອມາສຶກສາຄົ້ນຄ້ວາ ແລະ ກະກຽມວຽກງານຫຼັກຊັບຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບມາດຖານຕ່າງໆຂອງອາຊຽນເທື່ອລະກ້າວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.