Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມປຶກສາຫາລືຮ່ວມກັບ ຊ່ຽວຊານ ADB ເພື່ອກະກຽມຄວາມພ້ອມດ້ານເອກະສານໃນການສະໝັກເຂົ້າເປັນສະມາຊິກຂອງ ອົງການຄຸ້ມຄອງຫຼັກຊັບສາກົນ (IOSCO)
ວັນທີອອກຂ່າວ: 2023-09-21 11:28:16

ເນື້ີອໃນຂ່າວ:

ໃນວັນທີ 18-20 ກັນຍາ 2023, ຢູ່ ສຄຄຊ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມກັບ ຊ່ຽວຊານ ADB ເພື່ອກະກຽມຄວາມພ້ອມດ້ານເອກະສານໃນການສະໝັກເຂົ້າເປັນສະມາຊິກຂອງ ອົງການຄຸ້ມຄອງຫຼັກຊັບສາກົນ (IOSCO) ໂດຍການເປັນປະທານຂອງ ທ່ານ ນ. ຟອງຈິນດາ ແສງສຸລິວົງ, ຫົວໜ້າ ສໍານັັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ເຂົ້າຮ່ວມໃນກອງປະຊຸມປະກອບມີ ທ່ານ ນ. ວຽງດາລີ ສຸພານຸວົງ, ຮອງຫົວໜ້າ ສໍານັັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ທ່ານ Jean Pierre Michau ຊ່ຽວຊານຈາກ ADB, ຄະນະພະແນກ ແລະ ວິຊາການ ຈາກ ກົມກອງກ່ຽວຂ້ອງຂອງ ທະນາຄານແຫ່ງ ສປປ ລາວ, ກະຊວງການຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງຍຸດຕິທຳ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ ທັງໝົດ 13 ຄົນ. ກອງປະຊຸມ ໄດ້ດໍາເນີນໄປຢ່າງມີບັນຍາກາດຟົດຟື້ນ ໂດຍຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ໃນການປະກອບຄໍາເຫັນຢ່າງກົງໄປກົງມາ ເພື່ອປຶກສາຫາລື ກ່ຽວກັບຂໍ້ຄົງຄ້າງຕ່າງໆ ເພື່ອກະກຽມຄວາມພ້ອມດ້ານເອກະສານໃນການສະໝັກເຂົ້າເປັນສະມາຊິກຂອງ ອົງການຄຸ້ມຄອງຫຼັກຊັບສາກົນ ໃຫ້ມີເນື້ອໃນທີ່ຄົບຖ້ວນສົມບູນ ແລະ ຮັບປະກັນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.