Monday, 29 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສຳມະນາ ຮ່ວມມືສອງຝ່າຍ ລະຫວ່າງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ສຳນັກງານຄະນະກຳມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດໄທ ໃນຫົວຂໍ້ “ ການອອກຈຳໜ່າຍຮຸ້ນກູ້ສີຂຽວ”
ວັນທີອອກຂ່າວ: 2023-09-12 15:37:31

ເນື້ີອໃນຂ່າວ:

ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມືສອງຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງ ຫລັກຊັບ (ສຄຄຊ) ແລະ ສຳນັກງານຄະນະກຳມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບແຫ່ງ ປະເທດໄທ (ກລຕ ໄທ) ປະຈຳປີ 2023 ໃນຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 11 ກັນຍາ 2023, ຢູ່ທີ່ ຫ້ອງປະຊຸມໃຫຍ່ ສຄຄຊ ໄດ້ຈັດໃຫ້ມີກອງປະຊຸມສໍາມະນາແລກປ່ຽນບົດຮຽນກັບ ກລຕ ໄທ ໃນຫົວຂໍ້ “ການອອກຈຳໜ່າຍຮຸ້ນກູ້ສີຂຽວ” ໂດຍການເປັນປະທານຮ່ວມຂອງ ທ່ານ ເອກະລາດ ສີສານ ຮອງຫົວໜ້າ ສຄຄຊ ແລະ ທ່ານ ທະຍາກອນ ຈິດຕະກຸນເດຊາ ຫົວໜ້າກົມພັນທະບັດ ຈາກ ກລຕ ໄທ. ພ້ອມນີ້, ຍັງມີ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຕາງໜ້າຈາກ ບັນດາກະຊວງ, ທະນາຄານແຫ່ງ ສປປ ລາວ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ 90 ທ່ານ.

ກອງປະຊຸມສຳມະນາໃນຄັ້ງນີ້, ໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນ ລະຫວ່າງ ຜູ້ບັນຍາຍ ແລະ ຜູ້ເຂົ້າຮ່ວມ ເປັນຕົ້ນ: ພາບລວມຂອງຕະຫຼາດຮຸ້ນກູ້ ແລະ ລະບຽບທີ່ຄຸ້ມຄອງຮຸ້ນກູ້ສີຂຽວ, ແລກປ່ຽນປະສົບການກ່ຽວກັບໄລຍະຕົ້ນຂອງການພັດທະນາຮຸ້ນກູ້ສີຂຽວ, ສິ່ງທ້າທາຍ ແລະ ການຊຸກຍູ້ສົ່ງເສີມດ້ານນະໂຍບາຍ, ນິຕິກໍາກ່ຽວກັບການອອກຈໍາໜ່າຍ ແລະ ການເຄື່ອນໄຫວຂອງ ຮຸ້ນກູ້ສີຂຽວ, ຕົວຢ່າງການອອກຈໍາໜ່າຍຮຸ້ນກູ້ສີຂຽວ ຢູ່ ປະເທດໄທ ແລະ ການຈັດລະບຽບການຄຸ້ມຄອງຂອງໄທ, ຂະບວນການພັດທະນາ ແລະ ແນວຄວາມຄິດຫຼັກ ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມສາມາດຮຽນຮູ້ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ ເພື່ອໃຫ້ພາກສ່ວນທີ່ຂ້ອງກະກຽມການອອກຈຳໜ່າຍຮຸ້ນກູ້ສີຂຽວຂອງ ສປປ ລາວ ໃນຕໍ່ໜ້າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.