Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫລັກຊັບ ແລະ ຕະຫຼາດຫລັກຊັບ ກຳປູເຈຍ
Signing of Memorandum of Understanding (MoU) between Lao Securities Commission Office and Securities and Exchange Regulator of Cambodia
ວັນທີອອກຂ່າວ: 2023-08-11 11:23:25

ເນື້ີອໃນຂ່າວ:

ເພື່ອເພີ່ມທະວີການຮ່ວມມືລະຫວ່າງສອງຜູ້ຄຸ້ມຄອງວຽກງານຕະຫລາດທຶນ, ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ (ສຄຄຊ) ແລະ ຄະນະກໍາມະການຄຸ້ມຄອງຫລັກຊັບ ແລະ ຕະຫຼາດຫຼັກຊັບ (ຄຄຊ) ກໍາປູເຈຍ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ຮ່ວມມືສອງຝ່າຍຮ່ວມກັນ ໃນຕອນເຊົ້າ ຂອງວັນທີ 10 ສິງຫາ 2023, ຢູ່ທີ່ ພະນົມເປັນ ປະເທດກໍາປູເຈຍ. ຝ່າຍລາວຕາງຫນ້າໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ, ເລຂາທິການ ຄຄຊ, ຫົວຫນ້າ ສຄຄຊ ແລະ ຕາງຫນ້າ ກຳປູເຈຍໂດຍ ທ່ານ Sou Socheat, ຄະນະລັດຖະບານທີ່ຖືກແຕ່ງຕັ້ງເປັນ ຫົວຫນ້າ ຄຄຊ ກໍາປູເຈຍ ມີຜູ້ເຂົ້າຮ່ວມຈາກຜູ້ມີສ່ວນຮ່ວມໃນຕະຫລາດທຶນຂອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ. ການລົງນາມໃນ MoU ໃນຄັ້ງນີ້, ໄດ້ສະແດງໃຫ້ເຫັນເຖິງການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງຝ່າຍ ໂດຍຈຸດປະສົງ ເພື່ອປຶກສາຫາລື ດ້ານນະໂຍບາຍ, ການແລກປ່ຽນຂໍ້ມູນຂ່າວສານ, ສົ່ງເສີມຄວາມຮູ້ດ້ານວິຊາການ, ການແກ້ໄຂບັນຫາຕິດພັນກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຫລັກຊັບຮ່ວມກັນ ເພື່ອພ້ອມກັນພັດທະນາຕະຫລາດທຶນຂອງທັງສອງປະເທດໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.

ໃນໂອກາດນີ້, ໄດ້ຈັດໃຫ້ມີກອງປະຊຸມຄັ້ງປະຖົມມະລຶກການຮ່ວມມືສອງຝ່າຍ ລະຫວ່າງ ສຄຄຊ ແລະ ຄຄຊ ກໍາປູເຈຍ ຂຶ້ນ ເເລະ ລົງນາມໃນບົດບັນທຶກກອງປະຊຸມດັ່ງກ່າວ ໂດຍໄດ້ຕົກລົງເຫັນດີເປັນເອກະພາບກັນ ຕໍ່ແຜນການຮ່ວມມືສອງຝ່າຍ ປະຈຳປີ 2023 ເປັນຕົ້ນ: ການຊ່ວຍເຫລືອດ້ານວິຊາການ, ການຈັດສຳມະນາ ເພື່ອເເລກປ່ຽນບົດຮຽນໃນການຄຸ້ມຄອງ ແລະ ວິທີການເເກ້ໄຂບັນຫາໃນວຽກງານຫລັກຊັບ. ລວມທັງ, ການຊຸກຍູ້ການເຄື່ອນໄຫວການລົງທຶນວຽກງານຕະຫລາດທຶນ ແລະ ການສົ່ງເສີມການຮ່ວມມື ແລະ ການເຊື່ອມໂຍງຂອງທັງສອງຝ່າຍ.

ພ້ອມດຽວກັນນັ້ນ, ໄດ້ລິເລີ່ມການຈັດຕັ້ງແຜນການຮ່ວມມືສອງຝ່າຍ ປະຈໍາປີ 2023 ໂດຍໄດ້ຈັດສໍາມະນາແລກປ່ຽນບົດຮຽນ ໃນຫົວຂໍ້: "ການອອກຈໍາຫນ່າຍຮຸ້ນກູ້ສີຂຽວ ຂອງປະເທດ ກໍາປູເຈຍ" ເປັນຕົ້ນ ຂັ້ນຕອນການກະກຽມ, ນະໂຍບາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ, ສິ່ງທ້າທາຍ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ຫນ້າ ແລະ ໃນວັນດຽວກັນ, ຄະນະໄດ້ມີການພົບປະ ແລະ ຢ້ຽມຢາມຕະຫລາດຫລັກຊັບກໍາປູເຈຍ, ບໍລິສັດຫລັກຊັບ SBI Royal ແລະ ບໍລິສັດຈົດທະບຽນ Golden Tree.


Under the remarkable cooperations between the two capital market regulators, the Lao Securities Commission Office (LSCO) and the Securities and Exchange Regulator of Cambodia (SERC) signed the Memorandum of Understanding (MoU) on August 10, 2023, in Phnom Penh, Kingdom of Cambodia. The MOU was signed by Mrs. Fongchinda Sengsourivong, Secretariat of the Lao Securities Commission, Director General of LSCO, and H.E Sou Socheat, Delegate of the Royal Government in charge as Director General of the SERC, with the presence of market participants from both sides. The MoU highlights the strengthening of collaborations in the areas of mutual regulatory interests, such as policies, exchanging information, technical assistance, supervision, and inspection of securities activities. These would develop the two countries regarding the capital markets achievement.

Following the signing of the MoU, the LSCO and SERC held the first bilateral meeting and signed the first Minute of Meeting (MoM). The two parties agreed on the cooperation plan for 2023, particularly organizing the seminar to share experience in the areas of regulating and solving problems in securities activities, encouraging investing activities in the capital market, and promoting cooperation and integration between both countries.

Furthermore, the bilateral cooperation plan for the year 2023 was implemented by organizing a seminar to share the lessons leant regarding the issuance of the Green Bond that was introduced in the first time in Cambodian securities market. This seminar provided the process of preparations, policies and related regulations, challenges, and further implementation plans. On the same day, the delegation met and visited the Cambodian Stock Exchange, SBI Royal Securities Company and a listed company, named Golden Tree Co., Ltd to illustrated the successful case of such issuance.

Diyarbakır escort

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.