Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຫົວໜ້າສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍບໍລິສັດເປົ້າໝາຍຈົດທະບຽນໃນຕະຫຼາດຫຼັກຊັບ ຢ້ຽມຢາມບໍລິສັດ FPT ຢູ່ ສສ.ຫວຽດນາມ
ວັນທີອອກຂ່າວ: 2023-07-28 07:53:55

ເນື້ີອໃນຂ່າວ:

ໃນຕອນບ່າຍ ຂອງວັນທີ 26 ກໍລະກົດ 2023, ທ່ານ ນ. ຟອງຈິນດາ ແສງສຸລິວົງ, ຫົວໜ້າສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍບໍລິສັດເປົ້າຫມາຍຈົດທະບຽນໃນຕະຫຼາດຫຼັກຊັບ ໄດ້ລົງຢ້ຽມຢາມບໍລິສັດ FPT Corporation ຊຶ່ງເປັນບໍລິສັດເຕັກໂນໂລຊີ ທີ່ໃຫຍ່ທີ່ສຸດໃນ ສສ ຫວຽດນາມ ທີ່ດຳເນີນທຸລະກິດໃຫ້ບໍລິການທາງດ້ານໄອທີ, ເປັນຜູ້ຈັດຈໍາໜ່າຍໂປຣແກມຄອມພິວເຕີ້ ແລະ ຊອຟແວ ທີ່ຈົດທະບຽນຢູ່ໃນຕະຫຼາດຫຼັກຊັບ ໂຮ່ຈິມິນ ສສ ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນການສຶກສາ ແລະ ແລກປ່ຽນຄວາມຮູ້ ຂອງການເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ໂດຍສະເພາະຈຸດດີຂອງການລະດົມທຶນ ຜ່ານການອອກຈຳຫນ່າຍຮຸ້ນໃຫ້ມວນຊົນ ພ້ອມທັງ ການປະຕິບັດພັນທະຕ່າງໆ ຕໍ່ກັບລະບຽບການຂອງຜູ້ຄຸ້ມຄອງຫຼັກຊັບ ກໍ່ຄື ຄະນະກຳມະການຄຸ້ມຄອງຫຼັກຊັບ ສສ ຫວຽດນາມ ຜ່ານການເປີດເຜີຍຂໍ້ມູນທີ່ຈຳເປັນ ເພື່ອຊ່ວຍໃຫ້ນັກລົງທຶນ ສາມາດຕັດສິນໃຈຊື້ຮຸ້ນຂອງບໍລິສັດດັ່ງກ່າວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.