Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄະນະກຳມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍຄະນະການນຳ ເຂົ້າຢ້ຽມຢາມຕະຫຼາດຫຼັກຊັບ ຮ່າໂນ່ຍ
ວັນທີອອກຂ່າວ: 2023-07-27 14:40:32

ເນື້ີອໃນຂ່າວ:

ໃນຕອນເຊົ້າ ຂອງວັນທີ 26 ກໍລະກົດ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄະນະກຳມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍຄະນະການນຳ ເຂົ້າຢ້ຽມຢາມຕະຫຼາດຫຼັກຊັບ ຮ່າໂນ່ຍ (Hanoi Stock Exchange) ເນື່ອງໃນໂອກາດນໍາພາ ບໍລິສັດເປົ້າຫມາຍຈົດທະບຽນໃນຕະຫຼາດຫຼັກຊັບລາວ ເຂົ້າແລກປ່ຽນບົດຮຽນການພັດທະນາຕະຫຼາດຫຼັກຊັບ ຢູ່ ສສ. ຫວຽດນາມ. ຈຸດປະສົງຕົ້ນຕໍຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອແລກປ່ຽນ ການປະຕິບັດວຽກງານທາງດ້ານຫຼັກຊັບ ຂອງຕະຫຼາດຫຼັກຊັບ ຮ່າໂນ່ຍ ພ້ອມທັງໄດ້ເນັ້ນໃສ່ ບົດບາດສຳຄັນຂອງຕະຫຼາດສຳລັບວິສາຫະກິດທີ່ບໍ່ໄດ້ຈົດທະບຽນໃນກະດານຫຼັກຂອງ ຕະຫຼາດຫຼັກຊັບ (UpCom) ແລະ ການຫັນເປັນຮຸ້ນສ່ວນຂອງ ລັດວິສາຫະກິດ ສສ. ຫວຽດນາມ ເພື່ອອຳນວຍຄວາມສະດວກໃຫ້ແກ່ ທຸລະກິດຂອງລັດທີ່ລົງທຶນ ໃນການປັບປຸງໂຄງສ້າງ, ລະດົມທຶນ ແລະ ຄວາມໂປ່ງໃສທາງດ້ານການບໍລິຫານ ເຊິ່ງເຫັນໄດ້ບົດບາດສຳຄັນໃນການພັດທະນາເສດຖະກິດສັງຄົມຂອງ ສສ. ຫວຽດນາມ ໂດຍສະເພາະການປະກອບທຶນຈາກລັດຖະບານແມ່ນຫລຸດຜ່ອນລົງ ແລະ ສ້າງກຳໄລຄືນໃຫ້ແກ່ລັດຖະບານ ຢ່າງຫມັ້ນຄົງ ແລະ ຖາວອນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.