Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ ພ້ອມດ້ວຍກົມກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະນຳ ຄະນະກຳມະການຄຸ້ມຄອງຫຼັກຊັບລາວ
ວັນທີອອກຂ່າວ: 2023-07-26 15:22:44

ເນື້ີອໃນຂ່າວ:

ໃນຕອນບ່າຍ ຂອງວັນທີ 25 ກໍລະກົດ 2023, ທ່ານ ນາງ ວູ່ ທີ ຈ໋ານ ເຟືອງ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ ພ້ອມດ້ວຍກົມກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະນຳ ຄະນະກຳມະການຄຸ້ມຄອງຫຼັກຊັບລາວ, ຮອງເຈົ້າແຂວງ ແລະ ບໍລິສັດທີ່ມີຈຸດປະສົງອອກຈຳໜ່າຍຫຼັກຊັບ ຊຶ່ງນໍາໂດຍ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ໃນໂອກາດເຄື່ອນໄຫວວຽກງານທາງການຢູ່ ນະຄອນຫຼວງ ຮ່າໂນຍ ສສ. ຫວຽດນາມ. ທ່ານ ນາງ ວູ ທີ ຈ໋ານ ເຟືອງ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ ໄດ້ແລກປ່ຽນຂໍ້ມູນຂອງການຄຸ້ມຄອງວຽກງານຫຼັກຊັບ ໂດຍສະເພາະໃນການຕິດຕາມການປະຕິບັດວຽກງານຂອງບັນດາຕະຫຼາດຫຼັກຊັບ ແລະ ສະຖາບັນສື່ກາງທາງດ້ານຫຼັກຊັບໃນ ສສ. ຫວຽດນາມ ໃຫ້ມີຄວາມສອດຄ່ອງທາງດ້ານລະບຽບການ ໃນການຕິດຕາມ ແລະ ປະຕິບັດມາດຕະການຈຳນວນຫນຶ່ງຕໍ່ກັບບໍລິສັດຫຼັກຊັບທີ່ມີການລະເມີດລະບຽບຫລັກການ ເຮັດໃຫ້ມີຄວາມເຊື່ອມເສຍຕໍ່ກັບພາບພົດຂອງຕະຫຼາດທຶນ ສສ. ຫວຽດນາມ ພ້ອມທັງຮັບປະກັນສິດຜົນປະໂຫຍດຂອງມວນຊົນ ກໍ່ຄືນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃນການສ້າງຄວາມເຊື່ອຫມັ້ນໃຫ້ນັກລົງທຶນເຂົ້າມາລົງທຶນໃນຕະຫຼາດຫຼັກຊັບ ສສ. ຫວຽດນາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.