Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຫົວໜ້າສຳນັກງານຄະນກຳມະການຄຸ້ມຄອງຫຼັກຊັບ ໄດ້ນຳພາ ວິສາຫະກິດເປົ້າຫມາຍຈຳນວນຫນຶ່ງຈາກ ສປປ ລາວ ແລກປ່ຽນ ຢູ່ ສສ. ຫວຽດນາມ
ວັນທີອອກຂ່າວ: 2023-07-26 15:11:03

ເນື້ີອໃນຂ່າວ:

ຫົວໜ້າສຳນັກງານຄະນກຳມະການຄຸ້ມຄອງຫຼັກຊັບ ໄດ້ນຳພາ ວິສາຫະກິດເປົ້າຫມາຍຈຳນວນຫນຶ່ງຈາກ ສປປ ລາວ ແລກປ່ຽນ ຢູ່ ສສ. ຫວຽດນາມ ໃນຕອນເຊົ້າ ຂອງວັນທີ 25 ກໍລະກົດ 2023 ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສຳນັກງານຄະນກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ນຳພາ ວິສາຫະກິດເປົ້າຫມາຍຈຳນວນຫນຶ່ງ ຈາກ ສປປ ລາວ ເຂົ້າພົບປະແລກປ່ຽນກັບ ບໍລິສັດຫຼັກຊັບ ແລະ ບໍລິສັດບໍລິຫານກອງທຶນ ຢູ່ ສສ. ຫວຽດນາມ ເພື່ອເຊື່ອມຕໍ່ການລົງທຶນລະຫວ່າງ ສອງປະເທດ ລາວ-ຫວຽດນາມ ຜ່ານວຽກງານຕະຫຼາດຫຼັກທຶນ ໂດຍເຫັນໄດ້ເຖິງຄວາມສຳຄັນຂອງການເປັນບໍລິສັດຈົດທະບຽນ ແລະ ຊອກຫາຄູ່ຄ້າທີ່ສຳຄັນໃນການຂະຫຍາຍທຸລະກິດ ແບບຍື່ນຍົງ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃຫ້ ສປປ. ລາວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.