Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄະນະນຳຄະນະກຳມະການຄຸ້ມຄອງຫຼັກຊັບ ພົບປະຢ້ຽມຢາມ ຄະນະນຳກະຊວງການເງິນ ຢູ່ ສສ. ຫວຽດນາມ
ວັນທີອອກຂ່າວ: 2023-07-26 15:00:22

ເນື້ີອໃນຂ່າວ:

ຄະນະນຳຄະນະກຳມະການຄຸ້ມຄອງຫຼັກຊັບ ພົບປະຢ້ຽມຢາມ ຄະນະນຳກະຊວງການເງິນ ຢູ່ ສສ. ຫວຽດນາມ ໃນຕອນເຊົ້າ ຂອງວັນທີ 25 ກໍລະກົດ 2023, ຄະນະນຳ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ເຊິ່ງນໍາໂດຍ ທ່ານ ບຸນເຫລືອ ສິນໄຊວໍລະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄະນະຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັບ ຄະນະນຳກະຊວງການເງິນ ສສ.ຫວຽດນາມ ຕໍ່ກັບນະໂຍບາຍມະຫາພາກໃນການຊຸກຍູ້ຕະຫຼາດທຶນ ແລະ ການສ້າງສິ່ງແວດລ້ອມທີ່ເອື້ອອຳນວຍການພັດທະນາເສດຖະກິດ ໂດຍສະເພາະຂະແໜງການເງິນ ແນ່ໃສ່ການພັດທະນາຕະຫຼາດຫຼັກຫຼັກຊັບ ໃນການຊຸກຍູ້ສົ່ງເສີມ SMEs ເຂົ້າຈົດທະບຽນ ຢູ່ຕະຫຼາດຫຼັກຊັບຫວຽດນາມ, ເຊິ່ງໄດ້ຮັບການຕ້ອນຮັບໂດຍ ທ່ານ ຫວຽນ ດຶກ ຈີ່ ຮອງລັດຖະມົນຕີ ກະຊວງການເງິນ ສສ. ຫວຽດນາມ ພ້ອມດ້ວຍຄະນະນຳຂອງກະຊວງການເງິນ ແລະ ຄະນະນໍາຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ສສ. ຫວຽດນາມ. ພ້ອມນີ້ ທ່ານ ຮອງລັດຖະມົນຕີກະຊວງການເງິນ ສສ.ຫວຽດນາມ ໄດ້ແລກປ່ຽນນະໂຍບາຍອັນຈຳເປັນໃຫ້ແກ່ການລະດົມທຶນຜ່ານກົນໄກຕະຫຼາດຫຼັກຊັບ ໂດຍສະເພາະ ການຫັນເປັນທຶນຈຳນວນຫນຶ່ງ ຂອງ ລັດວິສາຫະກິດລັດລົງທຶນ ເພື່ອໃຫ້ບັນດາລັດວິສາຫະກິດມີເງິນທຶນ ແລະ ບໍລິຫານແບບໂປ່ງໃສ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.